ເປີດຕົວປະຕູຖານຂໍ້ມູນທະນາຄານແນວຄວາມຄິດປະດິດຄິດສ້າງຂອງຊາວໜຸ່ມ

(VOVWORLD) - ຕອນເຊົ້າວັນທີ 11 ມິຖຸນາ, ທີ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງພິທີເປີດຕົວປະຕູຖານຂໍ້ມູນທະນາຄານແນວຄວາມຄິດປະດິດຄິດສ້າງຂອງຊາວໜຸ່ມ ຫວຽດນາມ.
ເປີດຕົວປະຕູຖານຂໍ້ມູນທະນາຄານແນວຄວາມຄິດປະດິດຄິດສ້າງຂອງຊາວໜຸ່ມ - ảnh 1 ອ້າຍ ເລກວກຟອງ, ເລຂາຜູ້ທີ 1 ສູນກາງຄະນະຊາວໜູ່ມກອມມູນິດ ໂຮ່ຈີມິນ

ປະຕູຖານຂໍ້ມູນທະນາຄານແນວຄວາມຄິດປະດິດຄິດສ້າງ ຫວຽດນາມ ໄດ້ປະກົດອອກດ້ວຍ 2 ຮູບການລວມມີ: ເວັບໄຊ ytuongsangtao.net ແລະ ໂປຼແກຼມໃນມືຖື. ນີ້ແມ່ນເວັບໄຊເຊື່ອມຕໍ່, ຮັບເອົາ, ແບ່ງປັນບັນດາແນວຄວາມຄິດປະດິດຄິດສ້າງໃນໝູ່ຊາວໜຸ່ມ, ເຍົາວະຊົນ. ອ້າຍ ເລກວກຟອງ, ເລຂາຜູ້ທີ 1 ສູນກາງຄະນະຊາວໜູ່ມກອມມູນິດ ໂຮ່ຈີມິນ ກ່າວວ່າ:

        “ພວກຂ້າພະເຈົ້າຮ່ວມເດີນທາງ, ໜູນຊ່ວຍພວກເພື່ອນນັບແຕ່ເລື່ອງພວກເພື່ອນມີແນວຄວາມຄິດ, ເຮັດແນວໃດ ເພື່ອໃຫ້ແນວຄວາມຄິດນັ້ນ ປະກົດຜົນເປັນຈິງ, ຫຼື ພັດທະນາແນວຄວາມຄິດຄືແນວໃດນັ້ນ ຄະນະຊາວໜຸ່ມຈະເຂົ້າຮ່ວມ, ດ້ວຍບັນດາກົນໄກ, ບັນດານັກວິທະຍາສາດ, ນັກຊ່ຽວຊານ ແລະ ຕົວຊາວໜຸ່ມເອງຕ້ອງໜູນຊ່ວຍ. ສະໂມສອນປະລິນຍາເອກໜຸ່ມ, ບັນດາອົງການສາມັກຄີເຊື່ອມຕໍ່ນຳກັນ, ໜູນຊ່ວຍກັນຢູ່ບັນດາຂົງເຂດ

        ເນື່ອງໃນໂອກາດນີ້, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບກະຊວງພາຍໃນ ຫວຽດນາມ ປຸກລະດົມການເສັງ “ແນວຄວາມຄິດປະດິດຄິດສ້າງກ່ຽວກັບການປະຕິຮູບດ້ານການບໍລິຫານ”.   

ຕອບກັບ

ຂ່າວ/ບົດ​ອື່ນ