ເປີດສະຫລອງເຄືອຂ່າຍ ດີຈີທອນຮັບໃຊ້ສະເພາະ ບັນດາອົງການພັກ, ລັດ.

ເປີດສະຫລອງເຄືອຂ່າຍ ດີຈີທອນຮັບໃຊ້ສະເພາະ    ບັນດາອົງການພັກ, ລັດ. - ảnh 1
ທ່ານຮອງນາຍົກລັດຖະມົນຕີ Nguyen Thien Nhan ເຂົ້າຮ່ວມພິທີເປີດສະຫລອງ
ພາບ:vtv.vn


(vovworld) - ຕອນ​ເຊົ້າ​ວັນ​ທີ 22/3 ຢູ່ ຮ່າ​ໂນ້ຍ, ກຸ່ມ​ບໍລິສັດ​​ໄປຊະນີໂທລະ​ຄົມ ຫວຽດນາມ (VNPT) ​ໄດ້​ເປີດ​ສະຫລອງເຄືອ​ຂ່າຍ​ດີ​ຈີ​ທອນ​ຂອງ​ບັນດາ​ອົງການ​ພັກ, ລັດ. ​ເຄືອ​ຂ່າຍ​ດັ່ງກ່າວ​ແມ່ນ​ໄດ້​ຮັບ​ການ​ປະຕິບັດ​​ເປັນ 2  ​ໄລຍະ: ​ໄລຍະ​ 1 ​ແມ່ນ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ກັບ​ບັນດາ​ອົງການ​ພັກ ​ແລະ ລັດ ຢູ່​ສູນ​ກາງ, ບັນດາ​ກະຊວງ, ຂະ​ແຫນງ​ການ ຂອງ​ສູນ​ກາງ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ, ອົງຄະ​ນະ​ພັກ​ແຂວງ,  ອົງຄະ​ນະ​ພັກ​ນະຄອນ ຂອງ 63 ​ແຂວງ ນະຄອນ​ໃນ​ທົ່ວ​ປະ​ເທດ. ​ໄລຍະ 2 ​ແມ່ນ​ປະຕິບັດ​ການ​ເຊື່​ອມຕໍ່​ເຄືອ​ຂ່າຍ​ກັບ​ບັນດາ​ຫົວຫນ່ວຍພະ​ແນ​ກ,  ຂະ​ແຫນງ​ການ, ​ເມືອງ​ໃນ​ທົ່ວ​ປະ​ເທດ. ຮອດ​ປີ 2015, ທົ່ວ​ອົງການ​ທີ່​ຂຶ້ນ​ກັບ​ລະບົບ​ການ​ເມືອງ, ໝູ່​ມະຫາຊົນ, ບັນດາ​ອົງການ​ລັດ​ຈາກ​ສູນ​ກາງ​ຕະຫລອດ​ຮອດ​ຂັ້ນ​ຕາ​ແສງ ຈະ​ໄດ້​ເຊື່ອມ​ຕໍ່​ກັບເຄືອ​ຂ່າຍ​ດັ່ງກ່າວ.

ກ່າວ​ຄຳ​ເຫັນນະ​ພິທີ​ເປີດ​ສະຫລອງ, ທ່ານ​ຮອງນາຍົກລັດ​ຫຖະມົນຕີ​ຫວຽດນາມ Nguyen Thien Nhan ຫົວຫນ້າ​ຄະນະ​ຊີ້​ນຳ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີ ​ແລະ ​ໂທລະ​ຄົມ ​​ເນັ້ນ​ຫນັກ​ວ່າ: ລະບົບ​ເຄືອ​ຂ່າຍ​ດີ​ຈີ​ທອນ​ຮັບ​ໃຊ້​ສະ​ເພາະ​ບັນ​ດາ​ອົງການ​ພັກ, ລັດ ທັງ​ສອງ​ໄລຍະ​ແມ່ນ​ສຳ​ເລັດ​​ໃນ​ຂັ້ນພື້ນຖານ​ແລ້ວ, ປະກອບສ່ວນ​ສຳຄັນ​ໃຫ້​ແກ່​ວຽກ​ງານ​ຫນູນ​ຊ່ວຍ​ການ​ຄຸ້ມ​ຄອງບໍລິຫານ ​ແລະ ສົ່ງ​ຂໍ້​ມູນ​ຂ່າວສານ​ຂອງ​ບັນດາ​ອົງການ​​ພັກ, ລັດ ຈາກ​ສູນ​ກາງ​ຕະຫລອດ​ຮອດ​ທ້ອງ​ຖິ່ນ​ຢ່າງ​ວ່ອງ​ໄວ, ຊັດ​ເຈນ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ຊີ້​ນຳ​ວ່າ:

        “ກຸ່ມ​ບໍລິສັດ​​ໄປ​ສະນີ​ໂທລະ​ຄົມ ຄວນ​ເປັນ​ເຈົ້າ​ການກວ່າ​ອີກ​​ໃນ​ການ​ສະ​​ເຫນີຄຸນ​ລັກສະນະ​ທີ່​ສາມາດ​ຜັນ​ຂະຫຍາຍ​ໃນ​ເຄືອ​ຂ່າຍ​, ສົມທົບ​ກັບ​ບັນດາ​ຫົວຫນ່ວຍ​ທີ່​ກ່ຽວຂ້ອງ​ເພື່ອ​ຜັນ​ຂະຫຍາຍຢ່າງ​ມີ​ປະສິດທິ​ຜົນ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ໃນ​ອົງການ​ຂອງ​ພັກ, ລັດ, ມີ​ຫລາຍ​ຂໍ້​ມູນ​ຮັບ​ໃຊ້​ສະ​ເພາະ​ກໍ​ຄວນ​ ຫັນ​ມາ​ເປັນ​ຫນ້າ​ຕາ​ຈໍທຳ​ມະ​ດາ​ເພື່ອ​ໃຫ້​ປະຊາຊົນ​ນຳ​ໃຊ້​ໄດ້​ງ່າຍ.”

 

ຕອບກັບ

ຂ່າວ/ບົດ​ອື່ນ