ເປີດສະຫຼອງປະຕູຖານຂໍ້ມູນສະພາແຫ່ງຊາດ

ເປີດສະຫຼອງປະຕູຖານຂໍ້ມູນສະພາແຫ່ງຊາດ - ảnh 1
ເປີດສະຫຼອງປະຕູຖານຂໍ້ມູນເອເລກໂຕນິກສະພາແຫ່ງຊາດ
(ພາບ: baomoi.com)


(vovworld) - ​ຕອນ​ເຊົ້າ​ວັນ​ທີ 6/4, ຢູ່​ຮ່າ​ໂນ້ຍ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ໄດ້​ຈັດ​ພິທີເປີດ​ສະຫຼອງປະຕູ​ຖານ​ຂໍ້​ມູນ​ເອ​ເລກ​ໂຕ​ນິກສະພາ​ແຫ່ງ​ຊາດ ສສ ຫວຽດນາມ, ດ້ວຍ​ລະຫັດ http://quochoi.vn. ​ປະຕູ​ຖານ​ຂໍ້​ມູນ​ເອ​ເລກ​ໂຕ​ນິກສະພາ​ແຫ່ງ​ຊາດ ຖືກ​ສ້າງ​ຂຶ້ນ​ເພື່ອແນ​ໃສ່​ສ້າງ​ເງື່ອນ​ໄຂ​ຕິດ​ຕໍ່​ພົວພັນ, ສະໜອງ​ຂໍ້​ມູນ, ​ໂຄສະນາ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ​ແນວທາງ, ນະ​ໂຍບາຍ ​ແລະ ​​ຮູບ​ພາບ​ກ່ຽວ​ກັບ​ສະພາ​ແຫ່ງ​ຊາດ​ເຖິງ​ປະຊາຊົນ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ປະ​ເທດ, ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ເພື່ອນ​ມິດສາ​ກົນ​ດ້ວຍ​ພາສາ​ຫວຽດນາມ ​ແລະ ພາສາ​ອັງກິດ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ຫງວຽນ​ແຮ້ງ​ຟຸກ, ຫົວໜ້າ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ຢືນຢັນ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າປະຕູ​ຖານ​ຂໍ້​ມູນ​ເອ​ເລກ​ໂຕ​ນິກສະພາ​ແຫ່ງ​ຊາດຈະ​ບັນລຸ​​ຈຸດໝາຍ​ທີ່​ໄດ້​ວາງ​ອອກ ​ແລະ ກາຍ​ເປັນ​ຂົວ​ຕໍ່​ລະຫວ່າງ​ສະພາ​ແຫ່ງ​ຊາດ​ກັບ​ປະຊາຊົນ. ຜ່ານ​ນັ້ນ, ປະກອບສ່ວນ​ປ່ຽນ​ໃໝ່, ຍົກ​ສູງຜົນ​ສັກສິດ, ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ຄະນະ​ປະຈຳສະພາ​ແຫ່ງ​ຊາດ, ຄະນະ​ຜູ້​ແທນສະພາ​ແຫ່ງ​ຊາດ ​ແລະ ຄະນະ​ຜູ້​ແທນ​ປະຊາຊົນ .“

ທີ່​ພິທີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ກົດປຸ່ມເປີດ​ສະຫຼອງປະຕູ​ຖານ​ຂໍ້​ມູນ​ເອ​ເລກ​ໂຕ​ນິກສະພາ​ແຫ່ງ​ຊາດ, ດ້ວຍ​ການ​ເປັນ​ສັກຂີ​ພິຍານ​ຂອງ​ບັນດາ​ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ​ແລະ ຜູ້ຕາງໜ້າ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ.

ຂ່າວ/ບົດ​ອື່ນ