(vovworld) – ຕອນເຊົ້າວັນທີ 26/02, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ເຂົ້າຮ່ວມພິທີຕັດແຖບຜ້າເປີດສະຫຼອງສູນປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງຂອງກຸ່ມບໍລິສັດເຕັກໂນໂລຊີ CMC. ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ, ສູນປ່ຽນໃໝ່ຢ່າງມີຫົວຄິດປະດິດສ້າງຂອງກຸ່ມບໍລິສັດເຕັກໂນໂລຊີ CMC ອາດຈະໄດ້ຮັບຖືວ່າແມ່ນຂີດໝາຍສຳລັບວິວັດການພັດທະນາຂອງກຸ່ມບໍລິສັດເຕັກໂນໂລຊີ CMC ແລະ ປະຊາຄົມເລີ່ມທຸລະກິດ, ປະຊາຄົມເຕັກໂນໂລຊີຂໍ້ມູນຂ່າວສານຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ປາດຖະໜາວ່າ, ໃນອະນາຄົດ, ຈຳນວນວິສາຫະກິດເລີ່ມທຸລະກິດຈະນັບມື້ນັບຫຼາຍຂຶ້ນ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ເປັນສັກຂີພິຍານພິທີລົງນາມລະຫວ່າງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ກຸ່ມບໍລິສັດ CMC ກ່ຽວກັບການໜູນຊ່ວຍກໍ່ສ້າງແຜນທີ່ເອເລັກໂຕນິກ, ແຜນການເຕັກໂນໂລຊີ ແລະ ປ່ຽນໃໝ່ເຕັກໂນໂລຊີ.