ເປີດສະຫຼອງ“ສວນກ້າເບ້ຍແຫ່ງຄວາມສາມາດ“ຂອງສາດສະດາຈານ
ໂງບາວເຈົາ
(ພາບ: Qtv.vn.)
|
(vovworld) - ວັນທີ 10/1, ຢູ່ນະຄອນຮ້າລອງ, ແຂວງກວາງນິງ, ສາດສະດາຈານໂງບາວເຈົາ, ຜູ້ອຳນວຍການສະຖາບັນຄົ້ນຄ້ວາຂັ້ນສູງດ້ານເລກຄະນິດ, ຜູ້ໄດ້ຮັບລາງວັນຄະນິດສາດ Fields ປີ 2010, ໄດ້ເປີດສະຫຼອງ “ສວນກ້າເບ້ຍແຫ່ງຄວາມສາມາດ“ - ແຫ່ງປຸກລຸກ ແລະ ຄູນສ້າງໃຫ້ຜູ້ມີຄວາມສາມາດດ້ານຄະນິດສາດລຸ້ນຕ່າງໆຂອງແຂວງກວາງນິງ ແລະ ຫວຽດນາມ. ເພື່ອປະຕິບັດແນວຄວາມຄິດຂອງ ສາດສະດາຈານໂງບາວເຈົາ, ບໍລິສັດ ສວນກ້າເບ້ຍແຫ່ງຄວາມສາມາດຈຳກັດ ໄດ້ຈັດຕັ້ງພິທີເປີດສະຫຼອງ. ດ້ວຍທິດນຳເຄື່ອນໄຫວປອດກຳໄລ. ບໍລິສັດ ສວນກ້າເບ້ຍແຫ່ງຄວາມສາມາດຈຳກັດ ຈະປະກອບສ່ວນປະຕິບັດແນວຄວາມຄິດຂອງການນຳທຸກຂັ້ນໃນພາລະກິດບຳລຸງສ້າງນັກຮຽນເກັ່ງ, ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແຂວງກວາງນິງ ແລະ ນີ້ກໍ່ແມ່ນແຫ່ງພົບປະແລກປ່ຽນຂອງບັນດານັກວິທະຍາສາດອັນດັບໜຶ່ງພາຍໃນປະເທດ ແລະ ສາກົນ.