ເປີດສະຫຼອງຫ້ອງການສະຖານກົງສູນກິຕິມະສັກ ຫວຽດນາມ ປະຈຳປະເທດ ອັງໂດຣາ

(VOVWORLD) - ວັນທີ 13 ມີນາ, ທີ່ນະຄອນ Andorra la Vella, ທ່ານ ຫງວຽນທຽບ ເອກອັກຄະລັດຖະທູດ ຫວຽດນາມ ຢູ່ປະເທດ ອັງໂດຣາ (ປະຈຳ ປາຣີ) ໄດ້ເປີດສະຫຼອງຫ້ອງການສະຖານກົງສູນກິຕິມະສັກ ຫວຽດນາມ ຢູ່ ອັງໂດຣາ.
ເປີດສະຫຼອງຫ້ອງການສະຖານກົງສູນກິຕິມະສັກ ຫວຽດນາມ ປະຈຳປະເທດ ອັງໂດຣາ - ảnh 1

ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫງວຽນທຽບ ໄດ້ມອບຂໍ້ຕົກລົງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ວ່າດ້ວຍການແຕ່ງຕັ້ງທ່ານ Olivier Montel Monteret ເປັນຫົວໜ້າກົງສູນກິຕິມະສັກ ຫວຽດນາມ ປະຈຳ ອັງໂດຣາ ແລະ ເນັ້ນໜັກວ່າ ເລື່ອງເປີດສະຫຼອງຫ້ອງການດັ່ງກ່າວ ໄດ້ສ້າງບາດກ້າວພັດທະນາສຳຄັນໃໝ່ ໃນການພົວພັນ 2 ຝ່າຍ, ອະນຸຍາດໃຫ້ເປີດກ້ວາງການຮ່ວມມືກ່ຽວກັບດ້ານຕ່າງໆລະຫວ່າງ ຫວຽດນາມ ແລະ ອັງໂດຣາ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ