ເປີດສະຫຼອງຫຼາຍກິດຈະກຳມີຄວາມໝາຍສະເຫຼີມ ສະຫຼອງ60ປີແຫ່ງວັນ ປົດປ່ອຍນະຄອນຫຼວງ
ພິທີເປີດສະຫຼອງ ຕໍ່ເສັ້ນທາງເລກ 5
(vovworld) – ຕອນເຊົ້າວັນທີ 9/10, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີເລີ່ມການເຄື່ອນໄຫວທົດລອງໂຄງການຕໍ່ເສັ້ນທາງເລກ 5 ແລະ ເປີດສະຫຼອງຂົວ ດົງຈູ່, ພ້ອມທັງຕິດຕັ້ງປ້າຍໃຫ້ກິດຈະກຳສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ ໃຫ້ກິດຈະກຳ 2 ແຫ່ງນີ້. ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ເຂົ້າຮ່ວມພິທີ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ, ເນັ້ນໜັກວ່າ:
“ໃນແຜນຜັງຂອງນະຄອນ ຮ່າໂນ້ຍ, ແມ່ນຖືເອົາແມ່ນ້ຳຂອງແມ່ນໃຈກາງ ແລະ ໂຄງການກໍ່ສ້າງຕໍ່ເສັ້ນທາງເລກ 5 ໄດ້ປະຕິບັດສຳເລັດເມືອນຳເຂົ້າໃຊ້ການກໍ່ສາມາດສ້າງລະບົບທາງຄົມມະນາຄົມໃຫຍ່, ເພື່ອແນໃສ່ຮັບປະກັນບັນດາເງື່ອນໄຂກ່ຽວກັບພື້ນຖານໂຄງລ່າງຄົມມະນາຄົມຮັບໃຊ້ໃຫ້ແກ່ການລົງທຶນພັດທະນາບັນດາເຂດອຸດສາຫະກຳ, ບັນດາເຂດຕົວເມືອງຢູ່ທິດເໜືອແມ່ນ້ຳແດງ ”
ກໍ່ໃນວັນດຽວກັນ, ສູນການຄ້າ ທຽນເຊີນ Plaza ຮ່ວານກ໋ຽມ, ຮ່າໂນ້ຍ ກໍ່ໄດ້ຕິດປ້າຍສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງຢ່າງເປັນທາງການ.
ແລະຕອນເຊົ້າວັນດຽວກັນ, ຄະນະກຳມະການປະຊາຊົນເມືອງ ຮ່ວານກ໋ຽມ, ໄດ້ເປີດສະຫຼອງການບູລະນະປະຕິສັງຂອນ ແລະ ຕິດປ້າຍກິດຈະກຳສາລາ ດົງແທ່ງ, ຢູ່ ຮ່າງໂບ່, ສາລາ ດົງແທ່ງ ແມ່ນສາລາເດີມ ໄດ້ຮັບການກໍ່ສ້າງກ່ອນນີ້ກ່ວາ 200 ປີ…