ເປີດ​ສາຍ​ການ​ບິນ​ໂດຍ​ກົງ ແຕ່ ຫວຽດ​ນາມ ໄປ​ຍັງ ອາ​ເມ​ລິ​ກາ ແຕ່​ວັນ​ທີ 28 ພ​ະ​ຈິກ ຢ່າງ​ເປັນ​ທາງ​ການ

(VOVWORLD) -ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທີ່ປຶກສາດ້ານການຄ້າ, ສະຖານທູດ ອາເມລິກາ ປະຈຳ ຫວຽດນາມ ຕາງໜ້າໃຫ້້້ເຈົ້າໜ້າທີ່ ອາເມລິກາ ມອບໃບຢັ້ງຢືນອະນຸຍາດໃຫ້ເປີດບັນດາຖ້ຽວບິນການຄ້າປະຈຳ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃຫ້ບໍລິສັດການບິນແຫ່ງຊາດ ຫວຽດນາມ (Vietnam Airlines – VNA). ດ້ວຍເຫດການນີ້, ບໍລິສັດການບິນ Vietnam Airlines ແມ່ນບໍລິສັດການບິນທຳອິດຂອງ ຫວຽດນາມ ທີ່ໄດ້ຮັບອະນຸຍາດໃຫ້ເປີດຖ້ຽວບິນປະຈຳໄປຍັງ ອາເມລິກາ.
ເປີດ​ສາຍ​ການ​ບິນ​ໂດຍ​ກົງ ແຕ່ ຫວຽດ​ນາມ ໄປ​ຍັງ ອາ​ເມ​ລິ​ກາ ແຕ່​ວັນ​ທີ 28 ພ​ະ​ຈິກ ຢ່າງ​ເປັນ​ທາງ​ການ - ảnh 1ພິທີມອບໃບຢັ້ງຢືນອະນຸຍາດໃຫ້ເປີດບັນດາຖ້ຽວບິນການຄ້າປະຈຳ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ໃຫ້ບໍລິສັດການບິນແຫ່ງຊາດ ຫວຽດນາມ (ພາບ:VOV)

ປັດຈຸບັນ, ບໍລິສັດ Vietnam Airlines ໄດ້ສ້າງແຜນການປະຕິບັດຖ້ຽວບິນການຄ້າປະຈຳຖ້ຽວທຳອິດ ລະຫວ່າງ ຫວຽດນາມ ແລະ ອາເມລິກາ. ຄາດວ່າ, ຖ້ຽວບິນທຳອິດຂອງ Vietnam Airlines ຈະບິນໃນວັນທີ 28 ພະຈິກ. ທ່ານເລຮົ່ງຮ່າ, ຜູ້ອຳນວຍການໃຫຍ່ Vietnam Airlines ໃຫ້ຮູ້ວ່າ:

        “ການເປີດຖ້ຽວບິນປະຈຳໄປຍັງ ອາເມລິກາ ແມ່ນເປົ້າໝາຍ, ແມ່ນຄວາມປາດຖະໜາຂອງທຸກບໍລິສັດການບິນ. ສິ່ງດັ່ງກ່າວເປັນການຕີລາຄາທີ່ຕັ້ງແກ້ງແຍ້ງ, ລະດັບການພັດທະນາ ແລະ ຄວາມສາມາດຂອງບໍລິສັດການບິນ. ບໍລິສັດ Vietnam Airlines ໄດ້ປາດຖະໜາສິ່ງດັ່ງກ່າວມາໄດ້ 20 ປີແລ້ວ ແລະ ມາຮອດປັດຈຸບັນ, ພວກຂ້າພະເຈົ້າກໍເຮັດໄດ້. ໃນເບື້ອງຕົ້ນ, ບໍລິສັດ Vietnam Airlines ຈະຈັດ 2 ຖ້ຽວຕໍ່ອາທິດ, ຮັບໃຊ້ທັງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຈາກ ຫວຽດນາມ ໄປຍັງ ອາເມລິກາ”.

        ຖ້ຽວບິນຈາກນະຄອນ ໂຮ່ຈີມິນ ໄປຍັງ San Francisco ໃຊ້ເວລາປະມານ 13 ຊົ່ວໂມງ 50 ນາທີ. ສ່ວນແຕ່ San Francisco ກັບມານະຄອນ ໂຮ່ຈີມິນ ຈະໃຊ້ເວລາປະມານ 16 ຊົ່ວໂມງ 40 ນາທີ. ເມື່ອໂລກລະບາດໄດ້ຮັບການຄວບຄຸມ ແລະ ລັດຖະບານ ຫວຽດນາມ ຈະອະນຸຍາດໃຫ້ເປີດສາຍການບິນສາກົນປະຈຳຄືນໃໝ່, ທາງບໍລິສັດ Vietnam Airlines ຈະເພີ່ມຂຶ້ນເປັນ 7 ຖ້ຽວຕໍ່ອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ