(VOVWORLD) - ບັນດາກອງປະຊຸມໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງມາດຕະການຮັບມືກັບສະພາບການວ່າງງານຢູ່ພາກພື້ນຢ່າງມີປະສິດທິຜົນກ່ວາເກົ່າ.
ພາບປະກອບ: Reuters |
ກອງປະຊຸມລັດຖະມົນຕີແຮງງານ ອາຊຽນ ຄັ້ງທີ 27 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ດຳເນີນຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ ແຕ່ວັນທີ 25 – 29 ຕຸລາ, ດ້ວຍການເຂົ້າຮ່ວມຂອງລັດຖະມົນຕີແຮງງານ, ເຈົ້າໜ້າທີ່ຂັ້ນສູງຂອງ 10 ປະເທດສະມາຊິກອາຊຽນ. ນອກຈາກນັ້ນ, ໃນຂອບເຂດສັບປະດາປະຊຸມກໍ່ຈະດຳເນີນກອງປະຊຸມອາຊຽນ + 3 ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ໃນກະຊວງແຮງງານຈີນ, ສ.ເກົາຫຼີ, ຍີ່ປຸ່ນ.
ກອງປະຊຸມໄດ້ສຸມໃສ່ຫົວຂໍ້ ຜ່ານຜ່າໂລກລະບາດ, ຊຸກຍູ້ການຟື້ນຟູ ແລະ ເຕີບໂຕຢາງຮອບດ້ານ, ຍືນຍົງ ແລະ ຊຸກຍູ້ການຫັນເປັນດີຈີຕອນໃຫ້ຜູ້ອອກແຮງງານກ່ວາອີກ. ໜຶ່ງໃນບັນດາເນື້ອອື່ນອີກນັ້ນແມ່ນ ການພິຈາລະນາຄວາມຄືບໜ້າຂອງບັນດາໂຄງການຢູ່ພາກພື້ນ ກ່ຽວກັບການພັດທະນາທັກສະ, ຫັນເປັນດີຈີຕອນ, ການປ່ຽນແປງຂອງດິນຟ້າອາກາດ ແລະ ວຽກເຮັດງານທຳສີຂຽວ, ການປ່ຽນແປງຂອງວຽກເຮັດງານທຳ, ອົບພະຍົບ ແລະ ການໜູນຊ່ວຍສັງຄົມ. ບັນດາກອງປະຊຸມກໍ່ເນັ້ນໜັກເຖິງຄວາມຈຳເປັນຂອງມາດຕະການຮັບມືກັບສະພາບການວ່າງງານຢູ່ພາກພື້ນຢ່າງມີປະສິດທິຜົນກ່ວາເກົ່າ.