ເປັນຄັ້ງທຳອິດ ທັງໝົດ 50 ລັດຢູ່ ອາເມລິກາ ໄດ້ປະກາດສະພາວະໄພພິບັດຍ້ອນໂລກລະບາດ ໂຄວິດ 19

(VOVWORLD) -ອາເມລິກາ ພວມແມ່ນປະເທດຖືກຜົນສະທ້ອນຢ່າງຫນັກຫນ່ວງກວ່າໝູ່ ຍ້ອນໂລກລະບາດ ໂຄວິດ 19 ດ້ວຍຍອດຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດແມ່ນສູງສຸດໃນໂລກ. 

ປະຈຸບັນ ທົ່ວປະເທດ ອາເມລິກາ ປະກາດສະພາວະໄພພິບັດຍ້ອນໂລກລະບາດໂຄວິດ 19 ພາຍຫລັງຈຳນວນຜູ້ຖືກເສຍຊີວິດຍ້ອນໂລກລະບາດແມ່ນເພີ່ມຂຶ້ນລະດັບສູງກວ່າໝູ່ໃນໂລກ. ວັນທີ 11 ເມສາ, Wyoming ໄດ້ກາຍເປັນລັດທີ 50  ແລະ ແມ່ນລັດສຸດທ້າຍຂອງອາເມລິກາ ປະກາດສະພາວະໄພພິບັດ ພາຍຫລັງໄດ້ຮັບການໃຫ້ສັດຕະຍາບັນຈາກປະທານາທິບໍດີ ອາເມລິກາ Donald Trump.

ນີ້ເປັນຄັ້ງທຳອິດ ທັງໝົດ 50 ລັດຂອງອາເມລິກາ ພ້ອມກັບນະຄອນຫລວງ Washington D.C ຖືກຈັດສະພາວະໄພພິບັດໃນພາບດຽວ.

 ອາເມລິກາ ພວມແມ່ນປະເທດຖືກຜົນສະທ້ອນຢ່າງຫນັກຫນ່ວງກວ່າໝູ່ ຍ້ອນໂລກລະບາດ ໂຄວິດ 19 ດ້ວຍຍອດຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດແມ່ນສູງສຸດໃນໂລກ. ອາເມລິກາ ມີ 20.577 ຄົນຖືກເສຍຊີວິດຍ້ອນໂຄວິດ 19 ແລະ ກວ່າ 532.000 ຄົນຕິດເຊື້ອ ໂຄວິດ 19.

 

ຟ້າມຮວນ ນັກຂ່າວ VOV ປະຈຳ ອາເມລິກາ

 

ຕອບກັບ

ຂ່າວ/ບົດ​ອື່ນ