ເປັນຄັ້ງທຳອິດທີ່ມີປື້ມກ່ຽວກັບການລົງທຶນໂດຍກົງຂອງ ຫວຽດນາມ ຢູ່ຕ່າງປະເທດ

(VOVWORLD) -   ປື້ມຫົວນີ້ໄດ້ສະໜອງບັນດາຂໍ້ມູນຂ່າວສານທີ່ຈຳເປັນໃຫ້ແກ່ບັນດາອົງການຄຸ້ມຄອງຂອງລັດ ຫວຽດນາມ
ເປັນຄັ້ງທຳອິດທີ່ມີປື້ມກ່ຽວກັບການລົງທຶນໂດຍກົງຂອງ ຫວຽດນາມ ຢູ່ຕ່າງປະເທດ - ảnh 1ເປັນຄັ້ງທຳອິດທີ່ມີປື້ມກ່ຽວກັບການລົງທຶນໂດຍກົງຂອງ ຫວຽດນາມ ຢູ່ຕ່າງປະເທດ

ວັນທີ 31 ພຶດສະພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ມຽນມາ ໄດ້ສົມທົບກັບສະຖາບັນການລົງທຶນສາກົນ (ISC) ໄດ້ສະເໜີປຶ້ມ “ການລົງທຶນໂດຍກົງຂອງ ຫວຽດນາມ ຢູ່ຕ່າງປະເທດ ແລະ ຢູ່ ມຽນມາ”. ນີ້ແມ່ນກິດຈະກຳຄົ້ນຄ້ວາທຳອິດກ່ຽວກັບການລົງທຶນໂດຍກົງຢູ່ຕ່າງປະເທດຂອງ ຫວຽດນາມ.

        ປື້ມຫົວນີ້ໄດ້ສະໜອງບັນດາຂໍ້ມູນຂ່າວສານທີ່ຈຳເປັນໃຫ້ແກ່ບັນດາອົງການຄຸ້ມຄອງຂອງລັດ ຫວຽດນາມ, ປະຊາຄົມວິສາຫະກິດ ຫວຽດນາມ, ພິເສດແມ່ນບັນດາວິສາຫະກິດທີ່ໄດ້ ແລະ ພວມມີແຜນການລົງທຶນຢູ່ຕ່າງປະເທດ. ປື້ມຫົວນີ້ໄດ້ຍົກອອກບັນດາຂໍ້ສະເໜີຕໍ່ລັດຖະບານ ກ່ຽວກັບການກຳນົດທິດ ແລະ ມາດຕະການຊຸກຍູ້ການລົງທຶນຂອງ ຫວຽດນາມ ຢູ່ຕ່າງປະເທດ ໃຫ້ເໝາະສົມກັບຍຸດທະສາດແຫ່ງການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດນັບແຕ່ນີ້ຮອດປີ 2030. ພິເສດ, ໃນເອກະສານຊ້ອນທ້າຍ, ນອກຈາກຄຳເຫັນຂອງບັນດານັກຊ່ຽວຊານ, ນັກຄຸ້ມຄອງກ່ຽວກັບບົດຮຽນໃນການລົງທຶນຢູ່ຕ່າງປະເທດແລ້ວ, ບັນດາຜູ້ຮຽບຮຽງກໍ່ໄດ້ນຳເຂົ້າເນື້ອໃນໄຈ້ແຍກ, ຕີລາຄາກ່ຽວກັບສະພາບການຂອງບາງປະເທດ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນຂອງ ຫວຽດນາມ ເພື່ອໃຫ້ຜູ້ອ່ານຄົ້ນຄ້ວາຊອກຮູ້ຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ