ເປັນຄັ້ງທຳອິດຫວຽດນາມ ເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວສາກົນ ຢູ່ອີຣານ
ຮ້ານວາງສະແດງສິນຄ້າຂອງຫວຽດນາມ
ຢູ່ງານຕະຫຼາດນັດທ່ອງທ່ຽວສາກົນຄັ້ງທີ 8 ຂອງອີຣານ
(ພາບ: vietnamplus.vn)
(vovworld) – ສະຖານທູດຫວຽດນາມ ປະຈຳອີຣານ ໄດ້ສົມທົບກັບ 2 ບໍລິສັດທ່ອງທ່ຽວພາຍໃນປະເທດແມ່ນ Eviva ແລະ South Pacific ເປັນຄັ້ງທຳອິດໄດ້ຈັດຮ້ານວາງສະແດງສິນຄ້າຂອງຫວຽດນາມ ຢູ່ງານຕະຫຼາດນັດທ່ອງທ່ຽວສາກົນຄັ້ງທີ 8 ຂອງອີຣານ, ເຊິ່ງຖືກໄຂຂຶ້ນຢູ່ນະຄອນຫຼວງ ເຕເຣຣານ ໃນວັນທີ 12/02. ໃນຂອບເຂດງານຕະຫຼາດນັດ, ມີບາງບໍລິສັດທ່ອງທ່ຽວອີຣານ ໄດ້ພົບປະ ແລະ ເຮັດວຽກກັບສະຖານທູດຫວຽດນາມ, ກໍ່ຄື 2 ບໍລິສັດທ່ອງທ່ຽວຫວຽດນາມ ເພື່ອປຶກສາຫາລືແຜນການຈັດຕັ້ງບັນດາລາຍການທ່ອງທ່ຽວຢູ່ຫວຽດນາມ, ພ້ອມທັງຊອກຫາກາລະໂອກາດຮ່ວມມືລະຫວ່າງ 2 ຝ່າຍ. ນີ້ແມ່ນຮູບການຮ່ວມມືລະຫວ່າງລັດ ແລະ ວິສາຫະກິດຄັ້ງທຳອິດທີ່ໄດ້ຮັບການປະຕິບັດຢູ່ອີຣານ ເພື່ອແນໃສ່ໂຄສະນາຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງຫວຽດນາມ ໃຫ້ປະຊາຊົນອີຣານ ກໍ່ຄືນັກທ່ອງທ່ຽວສາກົນທີ່ເຂົ້າຮ່ວມງານຕະຫຼາດນັດ.