ເປົ້າໝາຍເຕີບໂຕGDP2017ໂດຍສະພາແຫ່ງຊາດວາງອອກບັນລຸໄດ້ຄວາມເຫັນດີເຫັນພ້ອມທາງສັງຄົມ
(ພາບປະກອບ)
(vovworld) – ໃນວາລະປະຊຸມຕອນບ່າຍວັນທີ 07/11, ສະພາແຫ່ງຊາດໄດ້ຮັບຮອງເອົາມະຕິກ່ຽວກັບແຜນການພັດທະນາເສດຖະກິດ - ສັງຄົມປີ 2017. ໜຶ່ງໃນບັນດາຕົວເລກຄາດໝາຍສຳຄັນ ເຊິ່ງມະຕິວາງອອກແມ່ນ ລະດັບເຕີບໂຕ GDP ປະມານ 6,7%. ອະພິປາຍກ່ຽວກັບຕົວເລກຄາດໝາຍນີ້ ຫົວໜ້າກຳມາທິການເສດຖະກິດສະພາແຫ່ງຊາດ ຫວູຮົ່ງແທງ ໃຫ້ຮູ້ວ່າ:
“ປີ 2016 ລະດັບເຕີບໂຕເສດຖະກິດບໍ່ບັນລຸແຜນການ ທີ່ໄດ້ວາງອອກໄພພິບັດທຳມະຊາດໄດ້, ກໍ່ຄວາມເສຍຫາຍຢ່າງໜັກໜ່ວງ ແຕ່ວ່າໃນສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດພັດໄດ້ຮັບການປັບປຸງ, ພ້ອມກັນນັ້ນນັບແຕ່ປີ 2017 ຫວຽດນາມ ຈະເລີ່ມປະຕິບັດແຜນການການເງິນ, ແຜນການລົງທຶນພາກລັດ, ແຜນການສ້າງໂຄງປະກອບພື້ນຖານເສດຖະກິດໄລຍະ 2016 - 2020 ຄືນໃໝ່ຢ່າງຄົບຊຸດ ມຸ່ງໄປເຖິງການປຸກລະດົມ, ຈັດແບ່ງ ແລະ ນຳໃຊ້ບັນດາແຫຼ່ງກຳລັງພາຍໃນ ແລະ ຕ່າງປະເທດໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ ນັບມື້ນັບມີປະສິດທິຜົນ. ດ້ວຍເຫດນັ້ນ ການຮັກສາຄາດໝາຍລະດັບເຕີບໂຕ GDP ປະມານ 6,7% ແມ່ນເພື່ອສູ້ຊົນຢ່າງຂ້ຽວຂາດ, ເພື່ອບັນລຸລະດັບສູງສຸດຕາມມະຕິແຜນການພັດທະນາເສດຖະກິດ - ສັງຄົມ 2016 – 2020 (ຕົວເລກຄາດໝາຍຍອດຈຳນວນຜະລິດຕະພັນພາຍໃນປະເທດເພີ່ມຂຶ້ນສະເລ່ຍ 5 ປີແມ່ນ 6,5 – 7%/ປີ )”