ເພີ່ມກຳລັງຄວາມສາມາດແກ່ງແຍ້ງສົ່ງອອກໄປຍັງບັນດາປະເທດອາຊຽນ
ກອງປະຊຸມສຳມະນາ“ ຍົກສູງກຳລັງຄວາມສາມາດແກ່ງແຍ້ງ
ສົ່ງອອກໄປຍັງຕະຫລາດບັນດາປະເທດ ອາຊຽນ”
(ພາບ: TTXVN)
(vovworld) – “ຍົກສູງກຳລັງຄວາມສາມາດແກ່ງແຍ້ງສົ່ງອອກໄປຍັງຕະຫລາດບັນດາປະເທດ ອາຊຽນ” ແມ່ນເນື້ອໃນກອງປະຊຸມສຳມະນາ ໂດຍກົມສົ່ງເສີມການຄ້າສົມທົບກັບກົມ ອາຊີ - ປາຊີຟິກ ກະຊວງອຸດສາຫະກຳ-ການຄ້າ ຈັດຕັ້ງໃນຕອນເຊົ້າວັນທີ 02/11 ຢູ່ ຮ່າໂນ້ຍ, ເພື່ອແນໃສ່ຊ່ວຍວິສາຫະກິດ ຫວຽດນາມ ອັບເດັດຂໍ້ມູນຂ່າວສານກ່ຽວກັບການພັດທະນາດ້ານການຄ້າບັນດາປະເທດ ອາຊຽນ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ຕະຮ່ວາງລີງ ຮອງຫົວໜ້າກົມສົ່ງເສີມດ້ານການຄ້າ ກະຊວງອຸດສາຫະກຳ-ການຄ້າ ເນັ້ນໜັກວ່າ: ປີ 2015, ປະຊາຄົມເສດຖະກິດ ອາຊຽນ (AEC) ໄດ້ຮັບການສ້າງຕັ້ງຂຶ້ນ ພາຍຫລັງການກະກຽມມາເປັນເວລາກ່ວາ 10ປີ ດ້ວຍຂອບຂະໜາດພົນລະເມືອງກ່ວາ 600 ລ້ານຄົນຂອງ 10 ປະເທດ ອາຊຽນ ແລະ ຍອດຈຳນວນ GDP ໃນແຕ່ລະປີປະມານ 2000 ຕື້ USD. ປະຊາຄົມນີ້ ຈະສ້າງເຂດເສດຖະກິດມີລັກສະນະແກ່ງແຍ້ງສູງ ເຊື່ອມໂຍງຢ່າງຄົບຖ້ວນເຂົ້າກັບພື້ນຖານເສດຖະກິດໃນທົ່ວໂລກ. ພິເສດ, AEC ເອົາໃຈໃສ່ເປັນພິເສດເຖິງຄາດໝາຍຮັດແຄບຊ່ອງຫວ່າງການພັດທະນາລະຫວ່າງບັນດາປະເທດ ອາຊຽນ ແລະ ກໍ່ແມ່ນບັນຫາທີ່ ຫວຽດນາມ ເອົາໃຈໃສ່ທີ່ສຸດ.