ເພີ່ມທະວີການນຳພາ ຂອງພັກຕໍ່ວຽກງານ ກ່ຽວກັບເດັກນ້ອຍ ໃນສະພາບການໃໝ່

ເພີ່ມທະວີການນຳພາ ຂອງພັກຕໍ່ວຽກງານ ກ່ຽວກັບເດັກນ້ອຍ ໃນສະພາບການໃໝ່ - ảnh 1

(ພາບ:stylephuyen.vicongdong.vn)

(vovworld)- ​​ຕອນ​ເຊົ້າວັນທີ  24/4,  ຢູ່​ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ສົມທົບ​ກັບ​ກອງ​ທຶນ​ເຍົາວະ​ຊົນ ສປຊ ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ຜັນ​ຂະຫຍາຍ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​ການເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ​ຕໍ່​ວຽກ​ງານ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ສຶກສາ​ອົບຮົມ ​ແລະ ປົກ​ປ້ອງ​ເດັກນ້ອຍ​ໃນ​ສະພາບ​ການ​ໃໝ່. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຢວານ​ເມົ້າຢຽບ, ຮອງ​ລັດຖະມົນຕີກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ຫວຽດນາມ ​ໃຫ້​ຮູ້ວ່າ: ​ພາຍຫຼັງ​ໄດ້ປະຕິບັດຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ​​ວຽກ​ງານ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ສຶກສາ​ອົບຮົມ ​ແລະ ປົກ​ປ້ອງ​ເດັກນ້ອຍມາ​ເປັນ​ເວລາ​ 10 ກ່ວາປີ​, ​ໄດ້​ສ້າງ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ​ແລະ ບັນລຸ​ໄດ້​ໝາກຜົນ​ສຳຄັນ​ຈຳນວນ​ໜຶ່ງ. ລະບົບ​ກົດໝາຍ,  ວຽກ​ງານ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ສຶກສາ​ອົບຮົມ ​ແລະ ປົກ​ປ້ອງ​ເດັກນ້ອຍ​ໄດ້​ປະຕິບັດ​ສຳ​ເລັດ​ເທື່ອລະ​ກ້າວ. ວຽກ​ງານ​ຄຸ້ມ​ຄອງ​ແຫ່ງ​ລັດ​ກ່ຽວ​ກັບການ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ, ສຶກສາ​ອົບຮົມ ​ແລະ ປົກ​ປ້ອງ​ເດັກນ້ອຍ​ໄດ້​ຮັບ​ການ​ເພີ່ມ​ທະວີ. ທີ່​ກອງ​ປະຊຸມ, ບັນດາ​ແຂວງ​ບັກ​ຢາງ, ​ເຊີນ​ລາ, ກວາງ​ນາມ ​ແລະ ຈ່າ​ວິ​ງ…​ແບ່ງປັນ​ບັນດາ​ບົດຮຽນ​ໃນ​ວຽກງານ​ຊີ້​ນຳ​ບໍລິຫານ ​ແລະ ຈັດຕັ້ງປະຕິບັດ​ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ.

ຂ່າວ/ບົດ​ອື່ນ