ເພີ່ມທະວີການກວດກາສະພາບຄ້າຂາຍສັດປີກເຖື່ອນ
ພາບ:ktdt.com.vn
(vovworld) - “ເພີ່ມທະວີການຕິດຕາມກວດກາຜູ້ຕິດປອດອັກເສບຫນັກ ແລະ ເພີ່ມທະວີວຽກງານກວດກາໂລກລະບາດຢູ່ເຂດຊາຍແດນ” ນັ້ນແມ່ນບັນດາມາດຕະການສຳຄັນຊື່ງຄະນະຊີ້ນຳແຫ່ງຊາດກ່ຽວກັບການປອ້ງກັນ ແລະ ຄວບຄຸມໂລກໄຂ້ຫວັດ A/H7N9 ຍົກອອກທີ່ກອງປະຊຸມຈັດຂຶ້ນໃນວັນທີ 23/4 ຢູ່ ຮ່າໂນ້ຍ. ຜູ້ຕາງຫນ້າກົມປ້ອງກັນພະຍາດ, ສັງກັດກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ວ່າ: ຫວຽດນາມ ມີຊາຍແດນຕິດກັບຈີນດ້ວຍຄວາມຍາວຫລາຍກິໂລແມດ, ການຄ້າຂາຍສັດປີກເຖື່ອນຍາກທີ່ສາມາດທີ່ຄວບຄຸມໄດ້; ປະຈຸບັນ ບໍ່ທັນມີວັກຊີນປ້ອງກັນພະຍາດ ແລະ ບໍ່ທັນມີຢຸກຢາປິ່ນປົວ. ສະນັ້ນ ເພ່ືອປ້ອງກັນໂລກໄຂ້ຫວັດ A/H7N9, ກົມຄຸ້ມຄອງການກວດ ແລະ ປິ່ນປົວພະຍາດ, ກະຊວງສາທາລະນະສຸກ ໄດ້ກວດກາຄືນບັນດາເຄື່ອງອຸປະກອນການແພດ, ຢຸກຢາກຽມພ້ອມຮັບມືກັບໂລກລະບາດ. ທ່ານ ຫງວຽນຈ້ອງຄວາ, ຮອງຫົວຫນ້າກົມຄຸ້ມຄອງການກວດ ແລະ ປິ່ນປົວພະຍາດ, ສັງກັດກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ຈັດແບ່ງວຽກງານໃຫ້ແກ່ບັນດາໂຮງໝໍຂັ້ນຮາກຖານ ຊຶ່ງແມ່ນບັນດາໂຮງໝໍອາດຈະຮັບຜູ້ຕິດໂລກລະບາດທຳອິດມາປິ່ນປົວ. ພ້ອມກັນນັ້ນ, ລວບລວມກໍລະນີຕິດໂລກລະບາດທັງໝົດ ເພື່ອໄຈ້ແຍກ, ເຜີຍແຜ່ບົດຮຽນໃນການປິ່ນປົວໃຫ້ແກ່ບັນດາໂຮງໝໍອື່ນ ເມື່ອໂລກລະບາດແຜ່ລາມອອກ.”