ເພີ່ມທະວີການພົວພັນ ຮ່ວມມືມິດຕະພາບ ຫຼາຍດ້ານລະຫວ່າງ ຫວຽດນາມ - ຊູດັງ

ເພີ່ມທະວີການພົວພັນ ຮ່ວມມືມິດຕະພາບ ຫຼາຍດ້ານລະຫວ່າງ ຫວຽດນາມ - ຊູດັງ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທ​ດຫວຽດນາມ ຟ້າ​ມບິ່ງ​ມິນ
ຕ້ອນຮັບທ່ານ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ສ.ຊູ​ດັງ Kamal Al-Din Ismail Saeed
(ພາບ: chinhphu.vn)


(vovworld) - ທ່ານ​ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດ ສ.ຊູ​ດັງ Kamal Al-Din Ismail Saeed ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ກະຊວງ​ການ​ຕ່າງປະ​ເທດ​ຊູ​ດັງ ມາ​ຢ້ຽມຢາມ​ຫວຽດນາມ ​ແຕ່​ວັນ​ທີ 16 – 18/02. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ​ຫວຽດນາມ ທ່ານ Kamal Al-Din Ismail Saeed ​ໄດ້​ເຂົ້າ​ຢ​້ຽມຂໍ່ານັບ​ທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທ​ດຫວຽດນາມ ຟ້າ​ມບິ່ງ​ມິນ, ດຳ​ເນີນ​ການ​ເຈລະຈາ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ກັບ​ທ່ານ​ນາງ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ເຟືອງ​ງາ ​ແລະ ມີ​ການ​ພົບ​ປະ, ​ເຮັດ​ວຽກ​ກັບ​ການ​ນຳ​ບັນດາ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ; ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ. ​ໃນ​ວັນ​ທີ 18/02, ທີ່​ການ​ຕ້ອນຮັບທ່ານ Kamal Al-Din Ismail Saeed, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງ​ມິນ ​ເນັ້ນ​ໜັກ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ມານະ​ພະຍາຍາມ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຢ່າງ​ແຮງ ​ໃຫ້​ແທດ​ເໝາະ​ກັບ​ຄວາມ​ສາມາດ​ບົມຊ້ອນ ​ແລະ ຄວາມ​ມຸ່ງ​ຫວັງ​ຂອງ​ທັງ 2 ຝ່າຍ ​ຜ່ານ​ການ​​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຕັ້ງໜ້າ​ກະກຽມ​ໃຫ້​ກອງປະຊຸມຄະນະ​ກຳມະການ​ປະສົມຄັ້ງ​ທີ່ 1 ລະຫວ່າງ 2 ປະ​ເທດ, ​ເຊິ່ງຄາດ​ວ່າຈະ​ຈັດ​ຂຶ້ນ​ໃນ​ເດືອນ 04/2014 ຢູ່ Khartoum.

ຂ່າວ/ບົດ​ອື່ນ