(VOVWORLD) -ທ່ານ ເລຮ່ວາຍຈຸງ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສິງກະໂປ ກວ່າອີກ.
ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
(ພາບ: TTXVN)
|
ຕອນບ່າຍວັນທີ 29 ເມສາ, ທ່ານ ເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ໄດ້ມີການເຈລະຈາທາງອອນລາຍກັບທ່ານ Vivian Balakrishnan, ລັດຖະມົນຕີການຕ່າງປະເທດ, ຫົວໜ້າຄະນະພົວພັນຕ່າງປະເທດພັກກະທຳປະຊາຊົນສິງກະໂປ. 2 ຝ່າຍໄດ້ແບ່ງປັນຫຼາຍທັດສະນະທີ່ຄ້າຍຄືກັນ, ໃນນັ້ນມີບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
ທ່ານ ເລຮ່ວາຍຈຸງ ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ. ທ່ານຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສິງກະໂປ ກວ່າອີກ.
ສ່ວນທ່ານ Vivian Balakrishnan ເນັ້ນໜັກວ່າ, ສິງກະໂປ ຖືການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ ເປັນສຳຄັນ.