ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ
ລະຫວ່າງຫວຽດນາມ-ຍີ່ປຸ່ນ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 04/10, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Hiroshi Fukada ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Hiroshi Fukada ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຍົກລະດັບ ແລະ ຍູ້ແຮງການພົວພັນ ຫວຽດນາມ - ຍີ່ປຸ່ນ ກາຍເປັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ, ປະກອບສ່ວນ ນຳການພົວພັນ 2 ປະເທດພັດທະນານັບມື້ນັບແຮງ, ຮອບດ້ານໃນຫລາຍຂົງເຂດຄືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ດ້ານເສດຖະກິດ, ການພົວພັນແລກປ່ຽນປະຊາຊົນ.
ສວ່ນທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Hiroshi Fukada ຖືວ່າ: ໃນສະພາບການລວມຂອງພາກພື້ນ ແລະ ໃນໂລກ, ຍີ່ປຸ່ນ ແລະ ຫວຽດນາມ ຄວນຮັດແໜ້ນການພົວພັນຮ່ວມມື ເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງ ປະຊາຊົນ 2 ປະເທດ ກໍ່ຄືໃນພາກພື້ນ ແລະ ໃນໂລກ. ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Hiroshi Fukada ໃຫ້ຮູ້ວ່າ: ຍີ່ປຸ່ນ ຈະສືບຕໍ່ປະກອບສວ່ນຫລາຍກ່ວາອີກ ໃນວິວັດການພັດທະນາຂອງ ຫວຽດນາມ ຜ່ານການເພີ່ມທະວີການຮັກສາ ODA ໃຫ້ແກ່ ຫວຽດນາມ ເພື່ອປະຕິບັດບັນດາຈຸດໝາຍພັດທະນາ.