(vovworld) - ວັນທີ 30/05, ສຳນັກຂ່າວສານແຫ່ງລັດ ອານເຊຣີ (APS) ແລະ ໜັງສືພິມລາຍວັນ “El Moudjahid” ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມປະເທດນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢ່າງເປັນທາງການແຕ່ວັນທີ 31/05 – 02/06 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີອາເຊຣີ Abdelmalek Sellal. ໜັງສືພິມ “El Moudjahid” ເນັ້ນໜັກວ່າ, ໃນຊຸມປີຜ່ານມາ, ຫວຽດນາມ ແລະ ອານເຊຣີ ໄດ້ເປັນເອກະພາບນຳກັນ ຍົກອອກບັນດາໂຄງການຮ່ວມມື ແລະ ແລກປ່ຽນບົດຮຽນໃນຂົງເຂດກະສິກຳ, ກໍ່ສ້າງ, ອຸດສາຫະກຳ… ປີ 2014, ວົງເງິນແລກປ່ຽນການຄ້າ 2 ຝ່າຍບັນລຸ 365 ລ້ານ USD. ເນື່ອງໃນໂອກາດນີ້, ໜັງສືພິມລາຍວັນ “Horizon” ໄດ້ຍ້ອງຍໍຊົມເຊີຍການພັດທະນາຂອງພື້ນຖານເສດຖະກິດຫວຽດນາມ, ໜັງສືພິມດັ່ງກ່າວໄດ້ຄັດສະເໜີບົດລາຍງານຂອງທະນາຄານໂລກ ຊຶ່ງຄາດຄະເນການເຕີບໂຕ GDP ຂອງຫວຽດນາມ ຈະບັນລຸໄດ້ 6% ໃນປີ 2015 ແລະ ຈະເພີ່ມຂຶ້ນ 6,2% ໃນປີ 2016.