(vovworld) - ວັນທີ 28/1, ຢູ່ ຮ່າໂນ້ຍ, ທ່ານພົນໂທ ໂດ໊ບ໋າຕິ, ຫົວໜ້າເສນາທິການໃຫຍ່ກອງທັບປະຊາຊົນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດລາຊະອານາຈັກ ອັງກິດ Lord Astor ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມແຕ່ວັນທີ 26 – 30/1. ທ່ານພົນໂທ ໂດ໊ບ໋າຕິ ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມືດ້ານປ້ອງກັນປະເທດ 2 ຝ່າຍລະຫວ່າງກອງທັບ 2 ປະເທດ; ແລະເນັ້ນໜັກວ່າ: ນີ້ແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງການນຳຂັ້ນສູງກະຊວງປ້ອງກັນປະເທດ ອັງກິດ ຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ນັບແຕ່ເມື່ອ 2 ປະເທດສ້າງຕັ້ງສາຍພົວພັນດ້ານປ້ອງກັນປະເທດ 2 ຝ່າຍ. ສ່ວນທ່ານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາຊະອານາຈັກ Lord Astor ສະເໜີໃຫ້ກະຊວງປ້ອງກັນປະເທດ ແລະ ກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ທະຫານເຮືອ 2 ປະເທດມີກາລະໂອກາດພົບປະແລກປ່ຽນ, ຮຳ່ຮຽນ, ແລກປ່ຽນບົດຮຽນ, ຮ່ວມມືບຳລຸງສ້າງນາຍທະຫານ ແລະ ຂົງເຂດຕ່າງໆເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ແລະກໍ່ໃນວັນດຽວກັນ, ທ່ານພົນເຮືອໂທ ຟ້າມງອກມິນ ແລະ ພົນເຮືອຕີ Tom Karsten ໄດ້ເຊັນຂໍ້ຕົກລົງລະຫວ່າງກອງທັບເຮືອປະຊາຊົນ ຫວຽດນາມ ແລະ ອົງການວັດແທກທາງນ້ຳ ລາຊະອານາຈັກ ອັງກິດ ກ່ຽວກັບການຮ່ວມມືວັດແທກທາງນ້ຳ.
ກ່ອນໜ້ານັ້ນ, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ທ່ານພົນໂທ ຫງວຽນຈີ໋ວິ້ງ ແລະ ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດລາຊະອານາຈັກ Lord Astor, ຮອງລັດຖະມົນຕີກະຊວງປ້ອງກັນປະເທດລາຊະອານາຈັກ ອັງກິດ ໄດ້ເປັນປະທານເວທີປາໄສ ວິສາຫະກິດປ້ອງກັນປະເທດ ຫວຽດນາມ - ລາຊະອານາຈັກ ອັງກິດ.