( vovworld ) - ໃນລະຫວ່າງວັນທີ 28 – 29/6, ທ່ານນາງຮອງປະທານສະພາແຫ່ງຊາດ Nguyen Thi Kim Ngan ໄດ້ໄປຢ້ຽມຢາມການາດາ. ຄະນະຜູ້ແທນຫວຽດນາມໄດ້ເຂົ້າຢ້ຽມຂໍ່ານັບຜູ້ມີອຳນາດເຕັມແຫ່ງປະເທດການາດາ ທ່ານ David Jonhston ແລະ ມີບັນດາການພົບປະ, ເຮັດວຽກກັບການນຳສະພາແຫ່ງຊາດການາດາ, ໃນນັ້ນມີທ່ານປະທານສະພາສູງ Noel Kinsella ແລະ ທ່ານຮອງປະທານກຸ່ມສະມາຊິກສະພາມິດຕະພາບການາດາ - ຫວຽດນາມ ສະມາຊິກສະພາຕໍ່າ Andrew Saxton. ບັນດາການນຳການາດາ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມ ໃນການພັດທະນາເສດຖະກິດສັງຄົມ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ຮັບປະກັນຊີວິດສັງຄົມ, ພິເສດແມ່ນໃນວຽກງານລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ. ສອງຝ່າຍໄດ້ເຫັນດີຄວນຊຸກຍູ້ມາດຕະການຕ່າງໆເຮັດໃຫ້ການພົວພັນຮ່ວມມືມິດຕະພາບ ແລະ ການຮ່ວມມືຫຼາຍດ້ານໃນສະພາບການໃໝ່ເລີກເຊິ່ງກວ່າອີກ, ພິເສດແມ່ນຊຸກຍູ້ການພົວພັນດ້ານການທູດລັດຖະສະພາ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງສອງປະເທດໃນປີ 2013. ບັນດາການນຳການາດາ ໄດ້ຕີລາຄາສູງເລື່ອງຫວຽດນາມ ນຳໃຊ້ແຫຼ່ງທຶນອຸປະຖຳທີ່ສະຫງວນໃຫ້ແກ່ການພັດທະນາ ແລະ ຢືນຢັນວ່າ ຈະສືບຕໍ່ຖືຫວຽດນາມ ເປັນໜຶ່ງໃນຈຳນວນ 20 ປະເທດໃນໂລກສືບຕໍ່ໄດ້ຮັບບຸລິມະສິດແຫຼ່ງທຶນອຸປະຖຳໃຫ້ແກ່ການພັດທະນາຂອງການາດາ.