ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງອາຊຽນ - ຝລັ່ງ

ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງອາຊຽນ - ຝລັ່ງ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິນ)

(vovworld) -     ວັນ​ທີ 09/07, ທ່ານ​ນາງ Corrine Breuze, ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າຄະນະ​ຜູ້ຕາງໜ້າ​ປະຈຳ​ສ.ຝລັ່ງ ຢູ່​ອາ​ຊຽນ, ​ໄດ້​ຍື່ນ​ສານ​ມອບ​ໜ້າ​ທີ່​ຂອງ​ລັດຖະບານ​ຝລັ່ງ ​​ເຖິງ​ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ຮັບ​ສານ​ມອບ​ໜ້າ​ທີ່ ຢູ່​ສຳນັກງານ​ຄະນະ​ເລຂາ​ອາ​ຊຽນ, ທ່ານ​ເລຂາທິການ​ໃຫຍ່​ອາ​ຊຽນ ​ເລ​ເລືອ​ງມິນ ສະ​ແດງ​ຄວາມ​ປາດ​ຖະໜາຢາກ​ຊຸກຍູ້ການ​ພົວພັນ​ລະຫວ່າງ​ອາ​ຊຽນ ​ແລະ ຝລັ່ງກວ່າ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ຜ່ານ​ບັນດາ​ໂຄງການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ທ່ານ​ເລຂາທິການ​ໃຫ່ຍ ​ເລ​ເລືອ​ງມິນ ສະ​ເໜີ​ໃຫ້​ອາ​ຊຽນ ​ແລະ ​ຝລັ່ງ ​ເພີ່ມ​ທະວີ​ຂຸດ​ຄົ້ນການ​ຮ່ວມ​ມື​​ຢ່າງ​ລະອຽດໃນ​ບັນດາ​ຂົງ​ເຂດ​ເຊິ່ງຝລັ່ງ ມີ​ບົດຮຽນ ​ແລະ ທ່າ​ແຮງ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື ​ແລະ ນຳ​ມາ​ເຊິ່ງຜົນ​ປະ​​ໂຫຍ​ດ​ໃຫ້​ທັງ 2 ຝ່າຍ, ຖື​ນີ້​ແມ່ນ​ພື້ນຖານ​​ເພື່ອ​ເຮັດໃຫ້​​ການ​ພົວພັນ​ລະ​ຫວ່າງ​ອາ​ຊຽນ - ຝລັ່ງ ມີ​ຄວາມ​ໃກ້ຊິດຕິດ​ແທດ​ກວ່າອີກ. ສ່ວນ​ທ່ານ​ນາງເອກ​ອັກຄະ​ລັດຖະທູດ Corrine Breuze, ​ຊີ້​ແຈ້ງວ່າ, ລັດຖະບານ​ຝລັ່ງ ຖື​ອາ​ຊຽນ ​ແມ່ນ​ອົງການ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຝລັ່ງ. ທ່ານ​ນາງ ນາງເອກ​ອັກຄະ​ລັດຖະທູດ Corrine Breuze ​​ໃຫ້​ຮູ້​ວ່າ ຄາດ​ວ່າ​ໃນ​ຕົ້ນ​ເດືອນ 8, ທ່ານ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຝລັ່ງ ຈະມາ​ຢ້ຽມຢາມ​ຄະນະ​ເລຂາ​ອາ​ຊຽນ ​ແລະ ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່ ​ເລ​ເລືອ​ງມິນ ຢ່າງ​ເປັນ​ທາງ​ການ. ​ເພື່ອ​​ແລກປ່ຽນ​ກ່ຽວກັບ​ບັນດາ​ການ​ຜັນ​ແປ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ຢູ່​ພາກ​ພື້ນ​ອາ​ຊຽນ ກໍ​ຄື​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.
ຂ່າວ/ບົດ​ອື່ນ