ເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ອົງການນິຕິບັນຍັດຂອງຫວຽດນາມ - ໂປໂລຍ
ເພີ່ມທະວີການພົວພັນມິດຕະພາບ
ລະຫວ່າງ 2 ອົງການນິຕິບັນຍັດຂອງຫວຽດນາມ - ໂປໂລຍ
(ພາບ: TTXVN)
(vovworld) - ວັນທີ 17/12, ໃນການເຈລະຈາກັບຄະນະຜູ້ແທນສະພາຕໍ່າໂປໂລຍ ໂດຍທ່ານຮອງປະທານສະພາຕໍ່ Jerzy Wenderlich ເປັນຫົວໜ້າຄະນະ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢືນຢັນວ່າ ໂປໂລຍ ແມ່ນເພື່ອນມິດທີ່ເປັນມູນເຊື້ອ, ເປັນຄູ່ຮ່ວມມືບຸລິມະສິດຢູ່ພາກພື້ນເອີລົບຕາເວັນອອກກາງ ໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ.
ເມື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງ 2 ປະເທດ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ ຫວຽດນາມ ແລະ ໂປໂລຍ ກຳນົດໄດ້ບັນດາຂົງເຂດຮ່ວມມື ເຊິ່ງ 2 ຝ່າຍມີທ່າແຮງ ແລະ ຄວາມສາມາດບົມຊ້ອນຢ່າງແທດຈິງ, ສະເໜີບັນດາມາດຕະການລະອຽດເພື່ອແນໃສ່ຊຸກຍູ້ການຮ່ວມມື, ນຳການພົວພັນລະຫວ່າງ 2 ປະເທດເຂົ້າສູ່ລວງເລີກ, ແທດຈິງ ແລະ ມີປະສິດທິຜົນ, ແທດເໝາະກັບຄວາມຕ້ອງການ ແລະ ຜົນປະໂຫຍດຂອງແຕ່ລະຝ່າຍ, ນຳວົງເງິນການຄ້າ 2 ຝ່າຍບັນລຸລະດັບ 1 ຕື້ USD ໂດຍໄວ. ກ່ຽວກັບການພົວພັນລະຫວ່າງ 2 ອົງການນິຕິບັດຍັດ, 2 ຝ່າຍຖືວ່າ ຫວຽດນາມ ແລະ ໂປໂລຍ ຄວນສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການແລກປ່ຽນຂັ້ນກຳມາທິການ, ກຸ່ມສະມາຊິກສະພາແຫ່ງຊາດ, ມິດຕະພາບເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນ, ປະສົບການໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການພົບປະຢູ່ນອກກອງປະຊຸມຕ່າງຢູ່ພາກພື້ນ ແລະ ສາກົນ, ແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.