ເພີ່​ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຮຸງ​ກາ​ຣີ ​ໃຫ້ດີ​ກ່​ວາ​ອີກ

(VOVWORLD) -ຕອນບ່າຍວັນທີ 6 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫ໋ຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກຳອຳນາດ ສະຫະພັນພົນລະເມືອງ ຮຸງກາຣີ ໂດຍທ່ານນາງ Navak Katalin ຮອງປະທານພັກ ເປັນຫົວໜ້າຄະນະ, ທີ່ພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ເພີ່​ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຮຸງ​ກາ​ຣີ ​ໃຫ້ດີ​ກ່​ວາ​ອີກ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຟຸ່ງກວກຫ໋ຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກກຳອຳນາດ ສະຫະພັນພົນລະເມືອງ ຮຸງກາຣີ (ພາບ: Quochoi.vn)

ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກ໊ວກຫ໋ຽນມີຄວາມປາດຖະໜາວ່າ ການພົວພັນລະຫວ່າງສອງພັກ, ສອງລັດ ຈະໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈກັນ, ຊຸກຍູ້ການພັດທະນາການພົວພັນລະຫວ່າງສອງປະເທດ ແລະ ປະຊາຊົນສອງປະເທດ. ທ່ານ ຟຸ່ງກ໊ວກຫ໋ຽນ ສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການເຄື່ອນໄຫວແລກປ່ຽນ, ຮ່ວມມືໃຫ້ຫຼາຍກ່ວາອີກ, ເປັນຕົ້ນແມ່ນການແລກປ່ຽນລະຫວ່າງ ບັນດາສະມາຊິກລັດຖະສະພາຂອງສອງປະເທດ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່ງ ຫວຽດນາມ - ຮຸງກາຣີໃຫ້ດີກ່ວາອີກ.

ສ່ວນທ່ານນາງ Navak Katalin ຖືວ່າ ສອງລັດຄວນເປີດກ້ວາງການຮ່ວມມືໃນບັນດາຂົງເຂດເຊິ່ງສອງຝ່າຍຕ່າງມີຄວາມສາມາດບົ່ມຊ້ອນຄື ດ້ານກະສິກຳ, ການຢາ, ນຳໃຊ້ວິທະຍາສາດ - ເຕັກໂນໂລຢີໃນການພັດທະນາເສດຖະກິດ - ສັງຄົມ… ທ່ານນາງ Navak Katalin ກໍ່ໃຫ້ຮູ້ວ່າ ປີນີ້, ສະຖານທູດ ຮຸງກາຣີປະຈຳ ຫວຽດນາມ ຈະຈັດຕັ້ງຫຼາຍການເຄື່ອນໄຫວທີ່ແທດຈິງ ແລະ ມີຄວາມໝາຍ ເພື່ອສະເຫຼີມສະຫຼອງ 70 ປີ ແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຮຸງກາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ