ເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ລາຊະອານາຈັກອັງກິດ

ເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ລາຊະອານາຈັກອັງກິດ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວາ​ນ
(vovworld) - ທີ່​ການ​ພົບ​ປະ​ກັບ​ທ່ານ​ລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​ອັງ​ກິດ Hon Hugo Swire, ຢູ່​ນອກ​ຂອບ​ເຂດການ​ໄປ​ປະຕິບັດ​ງານ​ຢູ່​ສ.​ເກົາ​ຫຼີ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດຫວຽດນາມ ຫງວຽນ​ທິຢວາ​ນ ຫວັງ​ວ່າ ດ້ວຍ​ຖານະ​​ເປັນ​ສະມາຊິກ​ສຳຄັນ​ຂອງສະຫະພາບ​ເອີ​ລົບ (EU), ອັງກິດ​ຈະມີ​ການ​ກະທົບເພື່ອ​ໃຫ້ EU ຮັບ​ຮອງ​ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ໂດ​ຍ​ໄວ. ຍ້ອນ​ອັງກິດ​ແມ່ນ​ຂ້າ​ຮຸ້ນ​ ສຳຄັນ​ຂອງ​ທະນາ​ຄົນ​ໂລກ (WB), ​ເພາະສະ​ນັ້ນ, ຫວຽດນາມ ປາດ​ຖ​ະໜາ​ວ່າ ອັງກິດ ຈະ ມີ​ການ​ກະທົບ​ເພື່ອ​ໃຫ້ WB ສື​ບຕໍ່​ໃຫ້​ຫວຽດນາມ ກູ້​ຢືມທຶນ​ເພື່ອ​ໜູນ​ຊ່ວຍ​ການພັ​ດທະນາ, ພ້ອມ​ທັງ​ປາດ​ຖະໜາ​ວ່າ ​ອັງກິດ​ສືບ​ຕໍ່​ໜູນ​ຊ່ວຍ​ທຶນ ODA ​ໃຫ້​ແກ່​ຫວຽດນາມ ຢູ່​ບັນດາ​ຂົງ​ເຂດ​​ເຊິ່ງ​ອັງກິດ ມີ​ທ່າ​ແຮງ​ຄື ການ​​ເງິນ, ​ເຄມີ​ນ້ຳມັນ ​ແລະ ວິທະຍາສາດ​​ເຕັກ​ໂນ​ໂລ​ຊີ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດທິຢວານ ກໍ​ຫວັງ​ວ່າ ອັງກິດ ຈະ​ຮ່ວມ​ມື​ກັບ​ຫວຽດນາມ ​ໃນ​ການ​ສ້າງ​ມະ​ຫາ​ວິທະຍາ​ໄລ​ອັງກິດ - ຫວຽດນາມ ຢູ່​ດາ​ນັ້ງ ​ໂດຍ​ໄວ. ປະຈຸ​ບັນ, ຫວຽດນາມ ພວມ​ຮັກສາ​ບົດບາດ​ສຳຄັນ​ໃນ​ອາ​ຊຽນ, ​ເພາະສະ​ນັ້ນ ຫວຽດນາມ ປາດ​ຖ​ະໜາ​ວ່າ ​ອັງກິດ ຈະ​ແມ່ນ​ຂົວ​ເຊື່ອ​ມຕໍ່​ສຳຄັນ​ລະຫວ່າງ EU ​ແລະ ອາຊຽນ.
ຂ່າວ/ບົດ​ອື່ນ