( vovworld ) - ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືໃນທຸກຂົງເຂດລະຫວ່າງສອງປະເທດ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ Bui Thanh Son ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຊິ່ງລວມມີຜູ້ຕາງໜ້າບັນດາກະຊວງ, ທ້ອງຖິ່ນ, ວິສາຫະກິດ ແລະ ກອງສີລະປະໄປຢ້ຽມຢາມລາຊະອານາຈັກມາຣົກ ຢ່າງເປັນທາງການແຕ່ວັນທີ 13 – 17/6. ທີ່ບັນດາການເຮັດວຽກກັບຄະນະຜູ້ແທນຫວຽດນາມ, ຝ່າຍມາຣົກ ໄດ້ເນັ້ນໜັກວ່າ ໄດ້ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບຫວຽດນາມ, ໂດຍສະເພາະແມ່ນໃນບັນດາຂົງເຂດການຄ້າ, ການລົງທຶນ, ທ່ອງທ່ຽວ, ວັດທະນະທຳ, ສຶກສາບຳລຸງສ້າງ… ທ່ານ Bui Thanh Son, ຜູ້ຕາງໜ້າຄະນະຜູ້ແທນຫວຽດນາມ ຢືນຢັນວ່າ ພ້ອມແລ້ວທີ່ຈະໃຫ້ການຮ່ວມມືກັບມາຣົກ ໃນບັນດາຂົງເຂດເຊິ່ງສອງຝ່າຍມີຄວາມສາມາດບົມຊ້ອນຫຼາຍຢ່າງ ແລະ ຄວາມຕ້ອງການຮ່ວມມື. ສອງຝ່າຍໄດ້ເຫັນດີເປັນເອກະສັນໃນໄລຍະຈະມາເຖິງ ຄວນສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນບັນດາຂັ້ນ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການເຄື່ອນໄຫວການຄ້າ, ການລົງທຶນລະຫວ່າງສອງປະເທດ; ຜັນຂະຫຍາຍຜົນງານຕ່າງໆທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 2 ຄະນະກຳມະການປະສົມຫວຽດນາມ - ມາຣົກ ແລະ ທາບທາມດ້ານການເມືອງຄັ້ງທີ 3 ຢູ່ຮ່າໂນ້ຍ ( 5/2011 ); ແລະ ສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນຢ່າງຕັ້ງໜ້າ. ໃນຂອບເຂດການຢ້ຽມຢາມ, ຫວຽດນາມ - ມາຣົກ ໄດ້ລົງນາມໃນສົນທິສັນຍາສົ່ງເສີມ ແລະ ອາລັກຂາການລົງທຶນ, ສັນຍາຮ່ວມມືດ້ານການທ່ອງທ່ຽວ ເພື່ອແນໃສ່ສ້າງພື້ນຖານນິຕິກຳໃຫ້ແກ່ການເພີ່ມທິວີການພົວພັນຮ່ວມມືເສດຖະກິດ, ວັດທະນະທຳລະຫວ່າງສອງປະເທດ.