ເພີ່ມທະວີການຮ່ວມມື ດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອາເມລິກາ

ເພີ່ມທະວີການຮ່ວມມື ດ້ານປ້ອງກັນຊາດ ລະຫວ່າງ ຫວຽດນາມ - ອາເມລິກາ - ảnh 1
ພົນ​ໂທ ​ໂດ້ບ໋າ​ຕິ ຕ້ອນຮັບ ພົນ​ເອກ Herbertj Carlisle
(ພາບ: QDND)


(vovworld) - ຕອນ​ບ່າຍ​ວັນ​ທີ 17/03, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ​ໂດ້ບ໋າ​ຕິ, ​ຫົວ​ໜ້າເສນາ​ທິການ​​ໃຫຍ່, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ ພົນ​ເອກ Herbertj Carlisle, ຜູ້​ບັນຊາ​ການ​ເຫຼົ່າ​ທັບ​ອາກາດປາຊີ​ຝີ​ກອາ​ເມ​ລິ​ກາ, ​ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ພົນ​ໂທ ​ໂດ້ບ໋າ​ຕິ ​ເນັ້ນ​ໜັກ​ວ່າ: ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຮັບ​ຮູ້​ການ​ໜູນ​ຊ່ວຍ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ໃນ​ການ​ບຳລຸງ​ສ້າງ​ພາສາ​ອັງກິດ; ຮ່ວມ​ມື​ດ້ານ​ເສນາ​ຮັກ, ຊອກ​ຫາ​ກູ້​ໄພ​ກູ້​ຊີບ, ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ຫຼຸດຜ່ອນ​ໄພພິບັດ, ​ແກ້​ໄຂ​ຜົນ​ຮ້າຍ​ຫຼັງສົງຄາມ ​ແລະ ຊອກ​ຫາ​ທະຫານ​ຫາຍ​ສາບ​ສູນ ​ເຊິ່ງ​ໄດ້​ຮັບ​ການປະຕິບັດ​ເປັນ​ປະຈຳ ​ແລະ ບັນລຸ​ຜົນ​ງານທີ່​ດີ. ພົນ​ເອກ Herbertj Carlisle ຖື​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຄວນ​ສືບ​ຕໍ່​ແບ່ງປັນ​ບັນດາ​ຂໍ້​ມູນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຝ່າຍ​ເຫຼົ່າ​ທັບ​ອາກາດ​ປາຊີຝີ​ກ ອາ​ເມ​ລິ​ກາ ຈະ​ສົມທົບ​ກັນ​ກັບເຫຼົ່າທັບ​ປ້ອງ​ກັນ​ອາກາດ  ຫວຽດນາມ ຢ່າງ​ແໜ້ນ​ແຟ້ນເພື່ອບຳລຸ​ງສ້າງ​ພະນັກງານ, ຮ່ວມ​ມື​ດ້ານ​ການ​ແພດ​ການ​ບິນ, ຊ່ວຍ​ເຫຼືອກູ້​ໄພ​ກູ​້ສິບ, ທາງ​ການບິນ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ການບິນ.

ຂ່າວ/ບົດ​ອື່ນ