ເພີ່ມທະວີການຮ່ວມມື ລະຫວ່າງຂະແໜງກວດກາລັດຖະບານ ສສຫວຽດນາມ-ສປປລາວ

ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ລາວ ​ໃຫ້​ຂ່າ​ວວ່າ, ວັນ​ທີ 17/2, ຄະນະ​ຜູ້​ແທນ​ຂັ້ນສູງ​ລັດຖະບານ​ຫວຽດນາມ ນຳ​ໂດຍ​ທ່ານ ຮີ່ງຟອງ​ແຈງ ຫົວໜ້າ​ອົງການ​ກວດກາ​ລັດຖະບານ​ນຳ​ໜ້າ ​ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ອົງການກວດກາ ​ລັດຖະບານລາວ ໂດຍ​ທ່ານຫົວໜ້າ ບູນທອງ ຈິດ​ມາ​ນີ ເປັນ​ຫົວໜ້າ​ຄະນະ. ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ໄດ້​ພ້ອມ​ກັນ​ແລກປ່ຽນ​ບັນດາ​ບົດຮຽນ​ໃນ​ວຽກ​ງານກວດກາ, ​ແກ້​ໄຂ​ການ​ຮ້ອງທຸກ, ຮ້ອງ​ຟ້ອງ ​ແລະ​ປ້ອງ​ກັນ, ຕ້ານ​ໄພ​ສໍ້​ຫຼາດ​ບັງ​ຫຼວງ; ຕີ​ລາຄາ​ກ່ຽວ​ກັບ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງອົງການ​ກວດກາ​ລັດຖະບານ​ຫວຽດນາມ ​ແລະ ລາວ ​ໃນ​ໄລຍະ​ທີ່​ຜ່ານ​ມາ, ສອງ​ຝ່າ​ຍ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກວດກາ 3 ຄັ້ງ​ແລ້ວ, ນຳ​ມາ​ເຊີ່ງ​ປະສິດທິ​ຜົນ​ອັນ​ແທດ​ຈິງ, ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ການຮ່ວມມືຣອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ ​ແລະ​ ລາວ. ທ່ານ​ຫົວໜ້າ​ສອງ​ອົງການ​ສອງປະ​ເທດ​ໃຫ້​ຮູ້​ວ່າ ຫວຽດນາມ ​ແລະ​ ລາວ ຈະ​ສືບ​ຕໍ່​ລົງ​ນາມ​ໃນ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື ພ້ອມ​ກັບ​ບາງ​ໜ້າ​ທີ່ ມາດ​ຕະການ​ກວດກາ​ປີ 2012 ​ແລະ​ຊຸມ​ປີ​ຕໍ່​ໄປ, ​ໃນ​ນັ້ນ​ເນັ້ນໜັກ​ເຖິງ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບຳລຸງ​ສ້າງ​ຊັບພະຍາກອນ​ມະນຸດ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນສູງ, ຜູ້​ຊ່ຽວຊານ ​ແລະ ​ບົດຮຽນ​ໃນ​ວຽກ​ງານ​ກວດກາ​ແຫ່ງ​ລັດ.
ຂ່າວ/ບົດ​ອື່ນ