ເພີ່ມທະວີການຮ່ວມມືກັບສະຫະປະຊາຊາດປະຈຳ ຫວຽດນາມ ກ່ຽວກັບການໜູນຊ່ວຍສັງຄົມ

(VOVWORLD) -ໃນຊຸມປີຜ່ານມາ, ຫວຽດນາມ ທັງຕ້ອງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ທັງແກ້ໄຂບັນດາບັນຫາໃນປະຈຸບັນ ເພື່ອໃຫ້ປະເທດພັດທະນາໄວກວ່າເກົ່າ.
ເພີ່ມທະວີການຮ່ວມມືກັບສະຫະປະຊາຊາດປະຈຳ ຫວຽດນາມ ກ່ຽວກັບການໜູນຊ່ວຍສັງຄົມ - ảnh 1ທີ່ການເຮັດວຽກ
(ພາບ: TTXVN)

ວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ດ່າວງອັກຢຸງ ໄດ້ເຮັດວຽກກັບທ່ານນາງ Pauline Tamesis, ຜູ້ປະສານງານສະຫະປະຊາຊາດ ປະຈຳ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານລັດຖະມົນຕີ ດ່າວງອັກຢຸງ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ຫວຽດນາມ ທັງຕ້ອງແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ທັງແກ້ໄຂບັນດາບັນຫາໃນປະຈຸບັນ ເພື່ອໃຫ້ປະເທດພັດທະນາໄວກວ່າເກົ່າ. ເຖິງຢ່າງໃດກໍ່ຕາມ, ຫວຽດນາມ ເດັດດຽວບໍ່ຍ້ອມເສຍສະຫຼະຄວາມກ້າວໜ້າ ແລະ ຄວາມຍຸຕິທຳເພື່ອແລກເອົາການເຕີບໂຕເສດຖະກິດພຽງຢ່າງດຽວ. ຍ້ອນເຫດນັ້ນ, ຂົງເຂດສັງຄົມ, ອຸປະກະລະສັງຄົມຍາມໃດ ລັດຖະບານ ກໍ່ເອົາໃຈໃສ່, ເບິ່ງແຍງດູແລ. ທ່ານລັດຖະມົນຕີແບ່ງປັນວ່າ, ໜ້າທີ່ໄດ້ຮັບຄວາມເອົາໃຈໃສ່ທີ່ສຸດໃນປະຈຸບັນຂອງ ຫວຽດນາມ ແມ່ນສ້າງລະບົບກົດໝາຍໃຫ້ສົມບູນແບບ, ລວມມີການພິຈາລະຈາປັບປຸງກົດໝາຍວ່າດ້ວຍຄວາມສະເໝີພາບລະຫວ່າງຍິງ - ຊາຍ; ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງໃນຄອບຄົວ; ກົດໝາຍວ່າດ້ວຍຄົນພິການ…

        ສ່ວນທ່ານນາງ Pauline Tamesis ໃຫ້ຄຳໝັ້ນສັນຍາວ່າ ສະຫະປະຊາຊາດຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ຮ່ວມເດີນທາງກັບກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ເພື່ອແບ່ງປັນບົດຮຽນໃນການຮັບປະກັນຊີວິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ