ເພີ່ມທະວີການຮ່ວມມືດ້ານການທ່ອງທ່ຽວລະຫວ່າງບັນດາທ້ອງຖິ່ນພາກກາງແລະໄຕຫງວຽນ
(ພາບປະກອບ: vietnamtourism)
(vovworld) – ດ້ວຍເປົ້າໝາຍສົ່ງເສີມການລົງທຶນ “4 ທ້ອງຖິ່ນ ຈຸດນັດພົບດຽວ”, ໃນວັນທີ່ 03/04 ຢູ່ນະຄອນ ກຸ໋ຍເຍີນ, 4 ແຂວງເຂດພາກກາງ-ໄຕຫງວຽນ ຄື ບີ່ງດິງ, ຟູ໋ອຽນ, ຢາລາຍ, ດັກລັກ ຈັດກອງປະຊຸມສົ່ງເສີມການລົງທຶນ ພັດທະນາການທ່ອງທ່ຽວ ປີ 2016, ເຂົ້າຮ່ວມກອງປະຊຸມ ມີຜູ້ແທນທີ່ຕາງໜ້າບັນດາກະຊວງ, ຂະແໜງການສູນກາງ; ບັນດາວິສາຫະກິດ, ນັກລົງທຶນພາຍໃນປະເທດ ແລະ ຕ່າງປະເທດ ໃນຂົງເຂດການທ່ອງທ່ຽວ 300 ຄົນ. ທີ່ກອງປະຊຸມ, ແຂວງບີ່ງດິງ ປະກາດການປັບປຸງເພີ່ມເຕີມ ແຜນກຳນົດພັດທະນາການທ່ອງທ່ຽວ ແຂວງບີ່ງດິງ ຮອດ ປີ 2020 ແລະ ວິໄສທັດ 2030 ດ້ວຍ 45 ໂຄງການລົງທຶນ ຈຸດສຸມພັດທະນາການທ່ອງທ່ຽວ, ດ້ວຍຍອດຈຳນວນທຶນແມ່ນ 36.500 ຕື້ດົ່ງ, ໃນນັ້ນມີ 23 ໂຄງການທ່ອງທ່ຽວ ຮຽກຮ້ອງການລົງທຶນ. ທ່ານ ຫງວຽນວັນຕ໋ວນ, ຫົວໜ້າກົມໃຫຍ່ທ່ອງທ່ຽວ ໃຫ້ຮູ້ວ່າ ແຂວງບີ່ງດິງ ໄດ້ສ້າງລະບົບຜະລິດຕະພັນການທ່ອງທ່ຽວຂັ້ນສູງ, ໄປຖືກທິດທາງພັດທະນາ ຂອງກົມໃຫຍ່ທ່ອງທ່ຽວ. ເຖິງຢ່າງໃດກໍ່ຕາມ, ນັບແຕ່ນີ້ເປັນຕົ້ນໄປ, ແຂວງບີ່ງດິງ ຈຳເປັນຕ້ອງສຸມໃສ່ການກໍ່ສ້າງຖັນແຖວຊັບພະຍາກອນມະນຸດ, ວາງແຜນຜັງພັດທະນາ, ພິເສດແມ່ນສ້າງສະຖານທີ່ທ່ອງທ່ຽວທີ່ປອດໄພ, ໃກ້ຊິດສະນິດສະໜົມ ແລະ ປົກປັກຮັກສາສິ່ງແວດລ້ອມທາງທະເລ. ທ່ານ ຫງວຽນວັນຕ໋ວນ, ຫົວໜ້າກົມໃຫຍ່ທ່ອງທ່ຽວ ສະເໜີວ່າ:
ກ່ຽວກັບການພັດທະນາ ໃຫ້ມີຈຸດສຸມ ພວກຂ້າພະເຈົ້າ ເຫັນວ່າຈຳເປັນຕ້ອງ ມີຄວາມຮັບຮູ້ ແລະ ສ້າງ 2 ສູນ. ໜຶ່ງແມ່ນຢູ່ໃຈກາງນະຄອນກຸ໋ຍເຍີນ, ທີສອງແມ່ນແຫຼມ ເຟືອງມາຍ. ການພັດທະນາການທ່ອງທ່ຽວທາງທະເລ ຕິດພັນກັບການທ່ອງທ່ຽວດ້ານວັດທະນະທຳ ແລະ ບັນດາປັດໃຈພົ້ນເດັ່ນ ຂອງທ້ອງຖິ່ນແຂວງບີ່ງດິງ ພວມມີຢູ່. ແລ້ວຖ້າສາມາດເຮັດໄດ້ແນວນັ້ນມັນຈະເປັນໜູນຊ່ວຍເຊິ່ງກັນ ແລະ ກັນໄດ້