ເພີ່ມທະວີການຮ່ວມມືດ້ານແຮງງານລະຫວ່າງ 5 ປະເທດກຳປູເຈຍ,ລາວ,ມຽນມາ,ໄທແລະຫວຽດນາມ

(VOVWORLD) -ດ້ວຍຫົວຂໍ້ວ່າ “ຊຸກຍູ້ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ວຽກເຮັດງານທຳທີ່ໝັ້ນຄົງໃຫ້ແຮງງານອົບພະຍົບ”

ເພີ່ມທະວີການຮ່ວມມືດ້ານແຮງງານລະຫວ່າງ 5 ປະເທດກຳປູເຈຍ,ລາວ,ມຽນມາ,ໄທແລະຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ,  ກ່າວຄຳເຫັນທີ່ກອງປະຊຸມ

(ພາບ: TTXVN)

ກອງປະຊຸມລັດຖະມົນຕີກ່ຽວກັບການຮ່ວມມືດ້ານແຮງງານຄັ້ງທີ 2 ລະຫວ່າງບັນດາປະເທດກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ຖືກໄຂຂຶ້ນໃນຕອນເຊົ້າວັນທີ 02 ສິງຫາ, ຢູ່ນະຄອນດ່ານັ້ງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ຢືນຢັນວ່າ.

        “ດ້ວຍໂຄງການດຳເນີນງານກວມລວມບັນດາບັນຫາທີ່ກ່ຽວຂ້ອງເຖິງການອົບພະຍົບ ແລະ ແຮງງານ, ນັບທັງການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ອະນາຄົດວຽກເຮັດງານທຳເພື່ອໜູນຊ່ວຍແຮງງານອົບພະຍົບຜ່ານຊາຍແດນ, ພວກຂ້າພະເຈົ້າຫວັງວ່າ, ບັນດາລັດຖະມົນຕີ ພ້ອມກັບຜູ້ແທນ ຈະຍົກອອກມາດຕະການແກ້ໄຂ, ໄຈ້ແຍກ ແລະ ຕີລາຄາ ແລະ ພິເສດແມ່ນບັນດາຄຳຕັກເຕືອນທີ່ມີຜົນປະໂຫຍດໃຫ້ແກ່ວຽກງານຄຸ້ມຄອງການອົບພະຍົບຂອງແຮງງານໃຫ້ນັບມື້ນັບດີກວ່າ. ຈາກນັ້ນ, ປະກອບສ່ວນຊຸກຍູ້ການແລກປ່ຽນການຄ້າ,ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ສ້າງກຳລັງໜູນໃໝ່ເພື່ອສ້າງອາຊຽນ ພັດທະນາແບບຍືນຍົງ ແລະ ຂະຫຍັນຂັນເຄື່ອນ”.

        ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ເພື່ອເສີມຂະຫຍາຍດ້ານຕັ້ງໜ້າຂອງການຍົບພະຍົບແຮງງານ, ບັນດາປະເທດຄວນພ້ອມກັນຮ່ວມມືຢ່າງແໜ້ນແຟ້ນກວ່າອີກ, ກ່ອນອື່ນໝົດແມ່ນເພີ່ມທະວີການຮ່ວມມືໃນການສຶກສາບຳລຸງສ້າງ, ບຳລຸງສ້າງວິຊາຊີບ…

ຕອບກັບ

ຂ່າວ/ບົດ​ອື່ນ