ເພີ່ມທະວີການຮ່ວມມືປ້ອງກັນຊາດ ຫວຽດນາມ-ອິນເດຍ

ເພີ່ມທະວີການຮ່ວມມືປ້ອງກັນຊາດ ຫວຽດນາມ-ອິນເດຍ - ảnh 1
ທ່ານພົນ​ຕີເບ໋ຊວນ​ເຈື່ອງ, ຮອງ​ຫົວໜ້າເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນຫວຽດນາມ  
ແລະ  ​ທ່ານພົນ​ຕີ Nitin Kumar Kohli, ຫົວໜ້າ​ກົມ​ສື່ສານ​ກອງ​ທັບບົກອິນ​ເດຍ
ພາບ:vovgiaothong.vn


(vovworld) –​ ຕອນ​ບ່າຍ​ວັນ​ທີ 23/3, ຢູ່​ ຮ່າ​ໂນ້ຍ, ທ່ານພົນ​ຕີ ​ເບ໋ຊວນ​ເຈື່ອງ, ຮອງ​ຫົວໜ້າເສນາ​ທິການ​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານພົນ​ຕີ Nitin Kumar Kohli, ຫົວໜ້າ​ກົມ​ສື່ສານ​ກອງ​ທັບບົກ ອິນ​ເດຍ ​ໃນ​ໂອກາດ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ພົນ​ຕີ ​ເບ໋ຊວນ​ເຈື່ອງ ຕີ​ລາຄາ​ສູງ​ໝາກຜົນ​ການເຮັດ​ວຽກ​ຂອງ​ທ່ານ​ພົນ​ຕີ Nitin Kumar Kohli ​ແລະ ບັນດາ​ສະມາຊິກ​ຂອງຄະນະ​ກັບກອງ​ບັນຊາ​​ການສື່ສານ​ຕິດ​ຕໍ່​ພົວພັນ ​ແລະ ປາດ​ຖະໜາ​ວ່າ: ກົມ​ສື່ສານ​ກອງ​ທັບ​ບົກ ອິນ​ເດຍ ຈະ​ຊ່ວຍ ​ຫວຽດນາມ ສ້າງ​ລະບົບ​ການ​ສື່ສານຕິດ​ຕໍ່​ພົວພັນ​ເປັນ​ທັນ​ສະ​ໄໝ.

        ທ່ານ​ພົນ​ຕີ Nitin Kumar Kohli ​ໄດ້​ຮັບ​ຮູ້​ບັນດາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ພົນ​ຕີ ​ເບ໋ຊວນ​ເຈື່ອງ ​ແລະ ​ເນັ້ນ​ໜັກ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ ອິນ​ເດຍ ຈະ​ຈັດ​ສົ່ງ​ນັກ​ຊ່ຽວຊານ, ຄູ​ສອນມາ​ ຫວຽດນາມ ​ເຮັດ​ວຽກ​ກັບ​ມະຫາວິທະຍາ​ໄລ​ສື່ສານ​ຕິດ​ຕໍ່​ພົວພັນ.

ຂ່າວ/ບົດ​ອື່ນ