ເພີ່ມທະວີການຮ່ວມມືລົງທຶນດຳເນີນທຸລະກິດລະຫວ່າງຫວຽດນາມ-ຍີ່ປຸ່ນ

ເພີ່ມທະວີການຮ່ວມມືລົງທຶນດຳເນີນທຸລະກິດລະຫວ່າງຫວຽດນາມ-ຍີ່ປຸ່ນ - ảnh 1
ທ່ານ​ຫົວ​ໜ້າ​ກົງ​ສູນ​ໃຫຍ່ ເຈີນ​ດຶກ​ບິ່ງ
(ພາບ​ປະ​ກອບ; TTXVN)

(vovworld) - ​ວັນ​ທີ 23/06, ຢູ່ Osaka, ປະ​ເທດ​ຍີ່​ປຸ່ນ, ໄດ້​ດຳ​ເນີນ “ກອງ​ປ​ະ​ຊຸມ​ສຳ​ມະ​ນາ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຂ​ົງ​ເຂດ​ອຸດ​ສາ​ຫະ​ກຳ​ໜູນ​ຊ່ວຍ​ຢູ່​ຫວຽດ​ນາມ”. ກອງ​ປະ​ຊຸມ​ສຳ​ມະ​ນາ​ແມ່ນ​ເພື່ອ​ແນ​ໃສ່​ແບ່ງ​ປັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລ​ະ​ໂອ​ກາດ​ໃນ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ລະ​ຫວ່າງ​ຫວຽດ​ນາມ ແລະ ຍີ່​ປຸ່ນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 120 ວິ​ສາ​ຫະ​ກິດຢູ່ Osaka. ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ​ສຳ​ມະ​ນາ, ທ່ານ​ຫົວ​ໜ້າ​ກົງ​ສູນ​ໃຫຍ່ ເຈີນ​ດຶກ​ບິ່ງ ເນັ້ນ​ໜັກ​ວ່າ, ບັນ​ດາ​ທ່າ​ແຮງ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ເງື່ອນ​ໄຂ​ທຳ​ມະ​ຊາດ, ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ຂອບ​ຂະ​ໜາດ​ຂອງ​ຕະ​ຫຼາດ, ຄ​ຳ​ໝັ້ນ​ສັນ​ຍາ​ປັ​ບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ. ທ່ານ​ຫົວ​ໜ້າ​ສະ​ຖານ​ກົງ​ສູນ​ໃຫຍ່ ເຈີນ​ດຶກ​ບິ່ງ ຢືນ​ຢັນ​ວ່າ, ວິ​ວັດ​ການ​ເຊື່ອມ​ຕໍ່​ເສດ​ຖະ​ກິດ​ພາກ​ພື້ນ ແລະ ສາ​ກົນ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງ​ຂ​ວາງ ຜ່ານ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ ແລະ ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ທີ່​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ ຈະ​ຊ່ວຍ​ໃຫ້ 2 ປະ​ເທດ​ຫວຽດ​ນາມ - ຍີ່​ປຸ່ນ ​ຈະມີ​ແງ່​ຫວັງ​ ແລະ ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງກວ່າໃນ​ການ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ

        ສ່ວນ​ຜູ້​ຕາ​ງ​ໜ້າ​ຂອງ​ອົງ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ​ນ້ອຍ, ທ່ານ Mitsunori Kawahara ຖື​ວ່າ, ນີ້​ແມ່ນ​ຈຸດ​ເວ​ລ​າ​ທີ່​ດີ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ​ນ້ອຍ​ຂອງ​ຍີ່​ປຸ່ນ ຜັນ​ຂະ​ຫຍາຍ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລ​ະ​ກິດ​ຢູ່​ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດອຸ​ດສາ​ຫະ​ກຳ​ສຳ​ຮອງ.

ຂ່າວ/ບົດ​ອື່ນ