ເພີ່ມທະວີການຮ່ວມມືລົງທຶນລະຫວ່າງວິສາຫະກິດ ຫວຽດນາມ ແລະ ອິນເດຍ

(VOVWORLD) -ວັນທີ 16 ທັນວາ, ຢູ່ນະຄອນຫຼວງ New Delhi, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໃຫ້ການຕ້ອນຮັບການນຳກຸ່ມບໍລິສັດໃຫຍ່ ອິນເດຍ ບາງແຫ່ງ.
ເພີ່ມທະວີການຮ່ວມມືລົງທຶນລະຫວ່າງວິສາຫະກິດ ຫວຽດນາມ ແລະ ອິນເດຍ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕ້ອນຮັບການນຳບໍລິສັດເຕັກໂນໂລຊີ HCL)

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານນາງ Roshni Nadar Malhotra, ປະທານສະພາບໍລິຫານ ແລະ ການນຳບາງບໍລິສັດເຕັກໂນໂລຊີ HCL. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ຊົມເຊີຍ ແລະ ສະໜັບສະໜູນບັນດາການເຄື່ອນໄຫວດຳເນີນທຸລະກິດຂອງກຸ່ມບໍລິສັດຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດເຕັກໂນໂລຊີ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ ດ້ວຍບັນດາບຸລິມະສິດ ແລະ ໜູນຊ່ວຍລົງທຶນດ້ານອາກອນລາຍຮັບວິສາຫະກິດ, ພາສີນຳເຂົ້າ, ຄ່າເຊົ່າ ແລະ ນຳໃຊ້ທີ່ດິນ.

        ທີ່ການຕ້ອນຮັບທ່ານນາງ Suchitra Ella, ຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Bharat Biotech, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຕີລາຄາສູງ ແລະ ຊົມເຊີຍແຜນການຮ່ວມມືຂອງກຸ່ມບໍລິສັດ Bharat Biotech ກັບວິສາຫະກິດ ຫວຽດນາມ ແລະ ໃຫ້ຮູ້ວ່າ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ພວມພິຈາລະນາ ແລະ ຈະປະກາດໃຊ້ມະຕິອະນຸຍາດໃຫ້ລັດຖະບານ ປະຕິບັດບາງກົນໄກ, ນະໂຍບາຍສະເພາະໃນຂົງເຂດສາທາລະນະສຸກໂດຍໄວ, ໃນນັ້ນມີເນື້ອໃນກ່ຽວຂ້ອງເຖິງເຄື່ອງອຸປະກອນການແພດ, ຢາປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ນີ້ຈະແມ່ນໂອກາດທີ່ດີເພື່ອໃຫ້ກຸ່ມບໍລິສັດ Bharat Biotech ຄົ້ນຄວ້າ, ເປີດກວ້າງການຮ່ວມມື, ຖ່າຍທອດເຕັກໂນໂລຊີຜະລິດວັກຊິນ ກັບຄູ່ຮ່ວມມື ຫວຽດນາມ.

        ສິ້ນສຸດພິທີຕ້ອນຮັບ, ທ່ານນາງ Suchitra Ella ໄດ້ມອບວັກຊິນ Covaxin ກັນໂຄວິດ-19 ສຳລັບເດັກຈຳນວນ 200.000 ໂດສໃຫ້ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ