ເພີ່ມທະວີການຮ່ວມມືລະຫວ່າງ2ພັກກອມມູນິດຫວຽດນາມແລະອາຟີກາໃຕ້

ເພີ່ມທະວີການຮ່ວມມືລະຫວ່າງ2ພັກກອມມູນິດຫວຽດນາມແລະອາຟີກາໃຕ້ - ảnh 1
ທ່ານ ຮ່ວາງ​ບິ່ງ​ກວນ ຕ້ອນຮັບທ່ານ Christopher Matlhako ​
(ພາບ: AnDang/TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 8/9, ຢູ່​ສຳນັກງານຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງພັກ​ກອມ​ມູນິດ ຫວຽດນາມ, ທ່ານ ຮ່ວາງ​ບິ່ງ​ກວນ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ Christopher Matlhako ​ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ ອາ​ຟີ​ກາ​ໃຕ້ (SACP) ພວມ​ຢ້ຽມຢາມ ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ພາກ​ພື້ນ ອາຊີ - ປາຊີ​ຟິກ ສາມັກຄີ​ກັບ ກູ​ບາ. ນະ​ທີ່​ນີ້, ທ່ານ Christopher Matlhako ​​ໄດ້ ຢືນຢັນ​ວ່າ: ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຊຸກ​ຍູ້ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ສາມັກ​ຄີ, ມິດຕະພາບ​ລະຫວ່າງ 2 ພັກ ​ແລະ ປະຊາຊົນ 2 ປະ​ເທດ​​ໃຫ້​ດີ​ຍິ່ງກ່ວາ​ອີກ, ຖື​ວ່າ​ນີ້​ແມ່ນ​ພື້ນຖານ​ການ​ເມືອງ​ສຳຄັນ ​ເພື່ອ​ພັດທະນາ​ການ​ພົວພັນ​ເສດຖະກິດ, ການ​ຄ້າ, ການ​ລົງທຶນລະຫວ່າງ 2 ປະ​ເທດ. 2 ຝ່າຍ​ກໍ​ແລກປ່ຽນ​ບັນ​ດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ 2 ພັກ​ຍິ່ງກ່ວາ​ອີກ, ຜ່ານ​ນັ້ນ ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ ຫວຽດນາມ - ອາ​ຟີ​ກາ​ໃຕ້.

 

ຂ່າວ/ບົດ​ອື່ນ