(vovworld) - ຜູ້ອຳນວຍການຝ່າຍບໍລິຫານກອງທຶນ ອາຊີ - ເອີລົບ ທ່ານ ຈາງແຢ໋ນ ຫາກໍ່ໄປຢ້ຽມຢາມສຳນັກງານຄະນະເລຂາ ອາຊຽນ ຢູ່ນະຄອນຫຼວງ Jakarta, ປະເທດ ອິນໂດເນເຊຍ, ແລະ ມີການພົບປະກັບທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມິນ. ກ່າວຄຳເຫັນທີ່ການພົບປະ, ທ່ານ ເລຂາທິການໃຫຍ່ ອາຊຽນ ເລເລືອງມິນ ສະແດງໃຫ້ເຫັນຄວາມກຽມພ້ອມຂອງຄະນະເລຂາ ອາຊຽນ - ຄືດັ່ງສະມາຊິກສົມບູນຂອງກອງປະຊຸມ ອາຊີ - ເອີລົບ (ASEM) ແລະ ສະພາຜູ້ວ່າການກອງທຶນ ອາຊີ - ເອີລົບ (ASEF) - ໃນການຮ່ວມມືຢ່າງແໜ້ນແຟ້ນກັບ ASEF ເພື່ອຜົນປະໂຫຍດຂອງບັນດາຄູ່ຮ່ວມມື ASEM. ທ່ານ ເລຂາທິການໃຫຍ່ ເລເລືອງມິນ ຢືນຢັນ: ການເຂົ້າຮ່ວມຂອງຄະນະເລຂາ ອາຊຽນ ໃນ ASEM ແລະ ASEF ຈະປະກອບສ່ວນເຂົ້າໃນການຮ່ວມມືລະຫວ່າງ ອາຊີ ແລະ ເອີລົບ, ກໍ່ຄືບັນດາຄວາມມານະພະຍາຍາມສ້າງປະຊາຄົມ ອາຊຽນ. ທ່ານເລຂາທິການໃຫຍ່ ເລເລືອງມິນ ເນັ້ນໜັກວ່າ: ASEM ແມ່ນຂອບເຂດລະຫວ່າງພາກພື້ນອັນໃຫຍ່ຫຼວງໃຫ້ແກ່ການສົນທະນາ ແລະ ຮ່ວມມືມີລັກສະນະສ້າງສັນລະຫວ່າງບັນດາຄູ່ຮ່ວມມື ແລະ ອາຊຽນ ມີບົດບາດສຳຄັນໃນວິວັດທະນາການ ASEM. ສ່ວນທ່ານ ຈາງແຢ໋ນ ສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືລະຫວ່າງຄະນະເລຂາ ອາຊຽນ ແລະ ກອງທຶນ ອາຊີ - ເອີລົບ ຢ່າງແທດຈິງ ແລະ ມີປະສິດທິຜົນກ່ວາອີກ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍ, ພິເສດແມ່ນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຄື: ພັດທະນາຢ່າງໝັ້ນຄົງ, ສິ່ງແວດລ້ອມ, ສາທາລະນະສຸກ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ວັດທະນະທຳ.