ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່​າງ​ນະ​ຄອນ​ໂຮ່​ຈີ​ມິນ ແລະ​ບັນ​ດາ​ຄູ່​ຮ່ວມ​ມື​ອົດ​ສະ​ຕາ​ລີ

(VOVWORLD) - ວັນທີ 23 ສິງຫາ, ທ່ານເລຂາພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໄດ້ໃຫ້ການຕ້ອນຮັບທ່ານນາງ Penny Wong, ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈີມິນ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່​າງ​ນະ​ຄອນ​ໂຮ່​ຈີ​ມິນ ແລະ​ບັນ​ດາ​ຄູ່​ຮ່ວມ​ມື​ອົດ​ສະ​ຕາ​ລີ - ảnh 1ທ່ານເລຂາພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໃຫ້ການຕ້ອນຮັບທ່ານນາງ Penny Wong, ລັດຖະມົນຕີການຕ່າງປະເທດ ອົດສະຕາລີ (ພາບ: TTXVN)

ຕາມທ່ານ ຫງວຽນວັນເນັນ ແລ້ວ, ນະຄອນໂຮ່ຈີມິນ ແລະ ບັນດາຄູ່ຮ່ວມມືອົດສະຕາລີ ໄດ້ ແລະ ພວມມີການພົວພັນຮ່ວມມືອັນດີງາມໃນບັນດາຂົງເຂດ: ການລົງທຶນ, ການສຶກສາ, ສາທາລະນະສຸກ. ທາງ ນະຄອນ ປາດຖະໜາຢາກ ພ້ອມກັບບັນດາຄູ່ຮ່ວມມືອົດສະຕາລີ ເພີ່ມທະວີ ການພົວພັນຮ່ວມມືຢ່າງແຮງກ່ວາອີກໃນບັນດາຂົງເຂດຄື: ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ການຫັນປ່ຽນພະລັງງານ, ພັດທະນາພື້ນຖານໂຄງລ່າງຕົວເມືອງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ…

ສ່ວນທ່ານນາງ Penny Wong ເນັ້ນໜັກວ່າ ອົດສະຕາລີຍາມໃດກໍ່ຖື ນະຄອນໂຮ່ຈີມິນ ແມ່ນພາກສ່ວນສຳຄັນໃນການພົວພັນສອງຝ່າຍລະຫວ່າງອົດສະຕາລີ ແລະ ຫວຽດນາມ, ຍາມໃດທ່ານນາງ ກໍ່ຢາກພ້ອມກັບນະຄອນໂຮ່ຈີມິນສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃຫ້ຫຼາຍກ່ອວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ