ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດຂອງ ຫວຽດນາມ ແລະ ແບນຊິກ

(VOVWORLD) - ທ່ານ ເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ ສະຫະພາບເອີລົບ (EU) ເປັນສຳຄັນ, ໃນນັ້ນມີແບນຊິກ.
ເພີ່ມທະວີການຮ່ວມມືລະຫວ່າງບັນດາອົງການນິຕິບັນຍັດຂອງ ຫວຽດນາມ ແລະ ແບນຊິກ - ảnh 1ທ່ານ ເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ແລະ ທ່ານ Andries Gryffroy, ຮອງປະທານຜູ້ທີໜຶ່ງສະພາສູງແບນຊິກ (ພາບ:quochoi.vn)

ຕອນບ່າຍວັນທີ 16 ພະຈິກ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ Andries Gryffroy, ຮອງປະທານຜູ້ທີໜຶ່ງສະພາສູງແບນຊິກ.

        ທີ່ການຕ້ອນຮັບ, ທ່ານ ເຈິ່ນແທັງເໝິນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານກັບ ສະຫະພາບເອີລົບ (EU) ເປັນສຳຄັນ, ໃນນັ້ນມີແບນຊິກ. ທ່ານ ເຈິ່ນແທັງເໝີນ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງຕ່າງໆກັບ ອີຢູ ຢ່າງຖືກຕ້ອງ, ພ້ອມທັງປາດຖະໜາຢາກ ໃຫ້ບັນດາສະມາຊິກສະພາແຫ່ງຊາດ ແບນຊິກສືບຕໍ່ມີສຽງເວົ້າສະໜັບສະໜູນເພື່ອໃຫ້ລັດຖະສະພາ ແບນຊິກ ແລະ ລັດຖະສະພາບັນດາປະເທດສະມາຊິກໃນອີຢູ ຮັບຮອງເອົາສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVIPA) ໂດຍໄວ; ສືບຕໍ່ຊຸກຍູ້ການຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງມີປະສິດທິຜົນ, ສ້າງຄວາມສະດວກໃຫ້ແກ່ສິນຄ້າ, ຜະລິດຕະພັນກະເສດ ຫວຽດນາມ ສົ່ງອອກໄປຍັງ ອີຢູ.

        ສ່ວນທ່ານ Andries Gryffroy, ຮອງປະທານຜູ້ທີໜຶ່ງສະພາສູງແບນຊິກ ເຫັນດີເປັນເອກະພາບກັບບັນດາຂໍ້ສະເໜີຂອງທ່ານ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ; ຫວັງວ່າສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ຊຸກຍູ້ການຮ່ວມມື, ແລກປ່ຽນຄະນະຜູ້ແທນລະຫວ່າງບັນດາອົງການນິຕິບັນຍັດຂອງສອງປະເທດ, ປະກອບສ່ວນນຳການພົວພັນສອງຝ່າຍໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.

ຕອບກັບ

ຂ່າວ/ບົດ​ອື່ນ