ເພີ່ມທະວີການຮ້ວມມືລະຫວ່າງມະຫາວິທະຍາໄລຫວຽດນາມແລະສະຖາບັນພາສານຳໃຊ້ເຢຍລະມັນ

ເພີ່ມທະວີການຮ້ວມມືລະຫວ່າງມະຫາວິທະຍາໄລຫວຽດນາມແລະສະຖາບັນພາສານຳໃຊ້ເຢຍລະມັນ - ảnh 1
ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ
(ພາບປະກອບ)


​​(vovworld) - ວັນ​ທີ 05/08, ຢູ່​ຮ່າ​ໂນ້ຍ, ມະຫາວິທະຍາ​ໄລ​ເສດຖະກິດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ໄດ້​ຈັດ​ພິທີລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ກັບສະ​ຖາ​ບັນ​ພາສາ​ນຳ​ໃຊ້​ເຢຍລະ​ມັນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ ສາດສະ​ດາ​ຈານ, ດ​ຣ ຫງວຽນ​ຮົ່ງ​ເຊີ​ນ, ອະ​ທິການ​ບໍດີ​ມະຫາວິທະຍາ​ໄລ​ເສດຖະກິດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ໃຫ້​ຮູ້​ວ່າ, ​ເລື່ອງ​ລົງ​ນາ​ມ​ໃນ​ຂໍ້​ຕົກລົງຄັ້ງ​ນີ້​​ແມ່ນ​ການ​ເຄື່ອນ​ໄຫວທີ່​ມີ​ຄວາມ​ໝາຍ, ​ໄດ​້ພິສູດ​ໃຫ້​ເຫັນການ​ພົວພັນ​ລະຫວ່າງມະຫາວິທະຍາ​ໄລ​ເສດຖະກິດ - ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ​ແລະ ສະ​ຖາ​ບັນ​ພາສາ​ນຳ​ໃຊ້​ເຢຍລະ​ມັນ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະ​ຫຼອງ 40 ປິ​ແຫ່ງ​ວັນ​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ​ເຢຍລະ​ມັນ. ນີ້​ຈະ​​ແມ່ນ​ພື້ນຖານ​ສຳຄັນ​ໃຫ້ການ​ຮ່ວມ​ມື​ຂອງ​​ຝ່າຍຕ່າງ​ໆ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ​ເນື້ອ​ໃນ​ການ​ຮ່ວມ​ມື​ລວມມີ: ​ການແລກປ່ຽນ​ວິທີ​ຄົ້ນຄວ້າ ​ແລະ ສິດສອນ; ສ້າງ​ເອກະສານ​ຄົ້ນ​ຄວ້າ​ລວມ; ​ແລກປ່ຽນ​ຄູ​ສອນ, ນັກ​ສຶກສາ ກໍ​ຄື​ບັນດາ​ການ​ເຄື່ອນ​ໄຫວ​ບຳລຸງ​ສ້າງ​ອື່ນໆ.

ຂ່າວ/ບົດ​ອື່ນ