ເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາ,ສ້າງນ້ຳໃຈມິດຕະພາບຫວຽດນາມ-ເບລາຣຸດ


ເພີ່ມທະວີການຮ່ວມມືລະຫວ່າງລັດຖະສະພາ,ສ້າງນ້ຳໃຈມິດຕະພາບຫວຽດນາມ-ເບລາຣຸດ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​​ພົບ​ປະ​ກັບ​
ທ່ານປະທານາທິບໍດີ ​ເບ​ລາຣຸດ Alexander Lukashenko)


(vovworld) ​ ​ ຕອນ​ບ່າຍ​ວັນ​ທີ 09/12 ຢູ່​ຫໍສະພາ​ແຫ່ງ​ຊາດ,ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນຊິງ​ຮຸ່ງ ​ໄດ້​ພົບ​ປະ​ກັບ​ທ່ານປະທານາທິບໍດີ ​ເບ​ລາຣຸດ Alexander Lukashenko ນະ​ທີ່​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ ຫວຽດນາມ ຄັ້ງ​ນີ້​ຂອງ​ຄະນະ ຈະ​ສ້າງ​ກຳລັງ​ໜູນ​ຢ່າງ​ແຮງ, ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ, ​ແທດ​ຈິງ​ລະຫວ່າງ 2 ປະ​ເທດ, 2 ສະພາ​ແຫ່ງ​ຊາດ​ໃນ​ທຸກ​ຂົງ​ເຂດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ​ແລະ ທ່ານປະທານາທິບໍດີ Alexander Lukashenko ຖື​ວ່າ: ການ​​ແລກປ່ຽນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ບໍ່​ທັນ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ຝ່າຍ. 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ແລກປ່ຽນ​ການ​ຄ້າ, ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ກ່ວາ 500 ລ້ານ USD; ຍົກ​ລະດັບ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ຂຶ້ນ​ໂດຍ​ໄວ ​ເພື່ອ​ໜູນ​ຊ່ວຍ​ຊຸກຍູ້​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະກິດ, ການ​ຄ້າ, ການ​ລົງທຶນ,ການ​ສຶກສາ, ການທ່ອງທ່ຽວ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ ຕັ້ງໜ້າ​ໜູນ​ຊ່ວຍ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ເປີດ​ກ້ວາງ​ການ​ພົວພັນ​ຮ່ວມ​ມື

        ​ໃນ​ການ​ຮ່ວມ​ມື​ລັດຖະສະພາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນຊິງ​ຮຸ່ງ ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ 2 ປະ​ເທດ, 2 ອົງການ​ນິຕິບັນຍັດ. ສ່ວນ​ທ່ານ Alexander Lukashenko ​ສະ​ເໜີ 2 ຝ່າຍ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​​ແໜ້ນ​ແຟ້ນ ໜູນ​ຊ່ວຍ​ກັນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ການ​ກໍ່ສ້າງ ​ແລະ ປັບປຸງ​ພື້ນຖານ​ນິຕິ​ກຳ​ໃຫ້​ແກ່​ການ​ຮ່ວມ​ມື 2 ຝ່າຍ; ສົມທົບກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການ​ຕິດຕາມ​ກວກ​ກາ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ, ສັນຍາ​ໄດ້​ຮັບ​ການ​ລົງ​ນາມ. 

 


ຂ່າວ/ບົດ​ອື່ນ