ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດເຊຍ

ເພີ່ມທະວີການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດເຊຍ - ảnh 1

ທ່ານ​ນາງ Nguyen Thi Kim Ngan ​ເຮັດ​ວຽກ​ຢູ່​ລັດ​ເຊຍ

(ພາບ:baoapbac.vn)

(vovworld)- ​ໃນ​ລະ​ຫວ່າງວັນ​ທີ 26-27/9, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ​ລັດ​ເຊຍ, ທ່ານ​ນາງ Nguyen Thi Kim Ngan ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຮອງປະທານ​ສະພາ​ແຫ່ງ​ຊາດພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ມີ​ການ​ພົບ​ປະ​ກັບ​ບັນດາ​ທ່ານ​ຜູ້ນຳ​ສະພາ​ສູງ ​ແລະ ສະພາ​ຕ່ຳ​ລັດ​ເຊຍ ​ເພື່ອ​ແນ​ໃສ່​​ແລກປ່ຽນ​ບົດຮຽນ​ການ​ເຄື​່ອນ​ໄຫວ​ສະພາ​ແຫ່ງ​ຊາດ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ, ຊຸກຍູ້​ຄວາມ​ເຂົ້າອົກ​ເຂົ້າ​ໃຈ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ສອງ​ຝ່າຍ. ກ່ອນ​ໜ້ານັ້ນ, ຄື​ໃນ​ວັນ​ທີ 26/9, ທ່ານ​ນາງ Nguyen Thi Kim Ngan ​ໄດ້​ພົບ​ປະ, ​ແລກປ່ຽນ​ກັບ​ກຸ່ມ​ບັນດາ​ສະມາຊິກ​ລັດຖະສະພາ​ລັດ​ເຊຍ​ມິດຕະພາບ​ກັບ​ຫວຽດນາມ ​ໂດຍ​ທ່ານ Sergay Levtrenko ປະທານ​ກຸ່ມ, ຮອງ​ປະທານ​ກຳມາ​ທິການ​ພະລັງງານ​ສະພາ​ຕ່ຳ​ລັດ​ເຊຍ ນຳ​ໜ້າ. ສອງ​ຝ່າຍ​ໄດ້​ແລກປ່ຽນ​ຫຼາຍ​ເນື້ອ​ໃນ​ສຳຄັນ​ກ່ຽວຂ້ອງ​ເຖິງ​ບັນດາ​ວຽກ​ງານ​ລະອຽດ​ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ເວົ້າສະ​ເພາະ ​ແລະ ສອງ​ປະ​ເທດ​ເວົ້າລວມ. ນະ​ທີ່​ນີ້, ທ່ານ​ນາງ Nguyen Thi Kim Ngan ​ໃຫ້​ຮູ້​ວ່າ:

   “ປະຈຸ​ບັນ ຫວຽດນາມ​ ມີນະ​ໂຍບາຍ​ຫັນ​ການ​ພົວພັນການ​ຕ່າງປະ​ເທດ​​​ເປັນຫຼາຍຮູບ​ຫຼາຍ​ແບບ​ ​ແລະ ຫຼາຍ​ຝ່າຍ ​ແລະ ປາດ​ຖະໜາ​ຢາກ​ເປັນ​ເພື່ອນ​ມິດ​ກັບ​ທຸກໆ​ປະ​ເທດ. ​​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສຳລັບ​ລັດ​ເຊຍ, ພວກ​ຂ້າພະ​ເຈົ້າຍັງ​ຖື​ວ່າ ນີ້​ແມ່ນ​ຄູ່​ຮ່ວມ​ມື​ຮອບດ້ານ​ຊື່​ງມີ​ການ​ພົວພັນ​ມູນ​ເຊື້ອ​ອັນ​ດີງາມ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ. ​ໃນ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ພວກ​ຂ້າພະ​ເຈົ້າຍັງ​ຖື​ວ່າ ລັດ​ເຊຍ ​ແມ່ນ​ຄູ່​ຮ່ວມ​ມື​ບຸລິມະສິດ​ອັນ​ດັບ 1, ​ໂດຍ​ສະ​ເພາະ​ແມ່ນ​ພວກ​ຂ້າພະ​ເຈົ້າມີ​ແຜນ​ນະ​ໂຍບາຍ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ກັບ​ສະພາ​ຕ່ຳ-​ສະພາ​ສູງ​ລັດ​ເຊຍ.

 

ຂ່າວ/ບົດ​ອື່ນ