ເພີ່ມທະວີການຮ່ວມມືລະຫວ່າງອົງການແນວໂຮມປະເທດຊາດຫວຽດນາມ - ກຳປູເຈຍ
ທ່ານຮອງປະທານຜູ້ປະຈຳການ ທັງເປັນເລຂາທິການໃຫຍ່ສະພາແຫ່ງລັດແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ Min Khin ແລະ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ
(vovworld) – ປະຊາຊົນ ຫວຽດນາມ ມີຄວາມປິຕິຊົມຊື່ນ ແລະ ເອກອ້າງທະນົງໃຈກ່ຽວກັບການພົວພັນສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ - ກຳປູເຈຍ, ແນວໂຮມປະເທດຊາດ 2 ປະເທດ ຫວຽດນາມ - ກຳປູເຈຍ ໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ນັ້ນແມ່ນຄຳຢັ້ງຢືນຂອງທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ທີ່ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງລັດແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ ໂດຍທ່ານຮອງປະທານຜູ້ປະຈຳການ ທັງເປັນເລຂາທິການໃຫຍ່ສະພາແຫ່ງລັດແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ Min Khin, ນຳໜ້າພວມຢ້ຽມຢາມ ແລະ ເຮັດວຽກກັບຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. ທ່ານ ຫງວຽນທ້ຽນເຍີນ ເຊື່ອໝັ້ນວ່າ: ການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຈະປະກອບສ່ວນປັບປຸງ ແລະ ພັດທະນານ້ຳໃຈມິດຕະພາບລະຫວ່າງ ປະຊາຊົນ 2 ປະເທດ ຫວຽດນາມ - ກຳປູເຈຍ.
ກ່ອນໜ້ານັ້ນ, ທີ່ການເຈລະຈາລະຫວ່າງຄະນະຜູ້ແທນຂັ້ນສູງແນວໂຮມປະເທດຊາດ ຫວຽດນາມ ແລະ ສະພາແຫ່ງລັດແນວໂຮມສາມັກຄີພັດທະນາປະເທດ ກຳປູເຈຍ, ທ່ານຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫວູຈ້ອງກິມ ຢືນຢັນວ່າ: ຍາມໃດ ຫວຽດນາມກໍ່ຖືເປັນສຳຄັນ ແລະ ບຸລິມະສິດອັນດັບໜຶ່ງໃຫ້ແກ່ການປັບປຸງ ແລະ ພັດທະນາສາຍພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ ຫວຽດນາມ - ກຳປູເຈຍ, ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.