ທ່ານນາງ ເລທິຕວຽດມາຍ ແລະ ທ່ານນາງ Tone Skogen
(ພາບ: DSQ)
(vovworld) - ກ່າວຄຳເຫັນທີ່ກອງປະຊຸມສຳມະນາ “ກາລະໂອກາດເພີ່ມທະວີການຮ່ວມມື ຫວຽດນາມ - ນອກແວ” ຫາກໍ່ດຳເນີນໄປຢູ່ນະຄອນຫລວງ Oslo, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນອກແວ ເລທິຕວຽດມາຍ ສະເໜີຝ່າຍ ນອກແວ ເພີ່ມທະວີການຮ່ວມມື 2 ຝ່າຍ ແລະ ຮຽກຮ້ອງບັນດາວິສາຫະກິດ ນອກແວ ເປີດກ້ວາງການດຳເນີນທຸລະກິດ, ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ. ທ່ານນາງ ເອກອັກຄະລັດຖະທູດ ເລທິຕວຽດມາຍ ໃຫ້ຮູ້ວ່າ: ຫວຽດນາມ ພວມມານະພະຍາຍາມປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ ເພື່ອແນໃສ່ເພີ່ມທະວີດຶງດູດ FDI, ຊຸກຍູ້ການຫັນການຄ້າເປັນເສລີ, ປະກອບສ່ວນປະຕິບັດບັນດາຄາດໝາຍພັດທະນາແບບຍືນຍົງ. ປະຈຸບັນລັດຖະບານ ຫວຽດນາມ ພວມຜັນຂະຫຍາຍບັນດາໜ້າທີ່, ມາດຕະການລະອຽດຂອງແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ (2016 - 2020) ເຊິ່ງສະພາແຫ່ງຊາດຫາກໍ່ຮັບຮອງເອົາ. ໃນຂະນະນັ້ນ , ທ່ານນາງ Tone Skogen ລັດຖະມົນຕີຮັບຜິດຊອບກະຊວງການຕ່າງປະເທດ ນອກແວ ປາດຖະໜາວ່າ: ສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງ ນອກແວ ແລະ ຫວຽດນາມ. ທ່ານນາງ Skogen ເນັ້ນໜັກວ່າ: ລັດຖະບານ ນອກແວ ເອົາໃຈໃສ່ເພີ່ມທະວີການຮ່ວມມືກັບ ຫວຽດນາມ. 2 ຝ່າຍມີຄວາມສາມາດບົ່ມຊ້ອນຫລາຍຢ່າງ ເພື່ອເພີ່ມທະວີການຮ່ວມມື 2 ຝ່າຍ, ກໍ່ຄືຫລາຍຝ່າຍໃນຫລາຍຂົງເຂດ, ພິເສດແມ່ນໃນບັນດາຂົງເຂດເສດຖະກິດ. ລັດຖະບານ ນອກແວ ສືບຕໍ່ເອົາໃນໃສ່ເປັນພິເສດສ້າງຄວາມສະດວກເພີ່ມທະວີການດຳເນີນທຸລະກິດຂອງວິສາຫະກິດ ນອກແວ ຢູ່ ຫວຽດນາມ.