ເພີ່ມທະວີການຮ່ວມມືຫວຽດນາມ-ບຣາຊິນໃນຂົງເຂດກະສິກຳ

ເພີ່ມທະວີການຮ່ວມມືຫວຽດນາມ-ບຣາຊິນໃນຂົງເຂດກະສິກຳ - ảnh 1
​ເວທີ​ປາ​ໄສ ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ - ບຣາຊິນ: ​ແງ່​ຫວັງ​ໃໝ່​ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ຂົງ​ເຂດ​ກະສິກຳ”

(vovworld) – ຕອນ​ເຊົ້າ​ວັນ​ທີ 16/9, ຢູາຮ່າ​ໂນ​້ຍ, ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ​ໄດ້​ສົມທົບ​ກັບ​ສະຖານທູດ ບຣາຊິນ ຈັດ​ຕັ້ງ​ເວທີ​ປາ​ໄສ ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ - ບຣາຊິນ: ​ແງ່​ຫວັງ​ໃໝ່​ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ຂົງ​ເຂດ​ກະສິກຳ”. ​ເວທີ​ປາ​ໄສ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາວິ​ສາ​ຫະກິດ​ຂອງ 2 ປະ​ເທດ​ຫຼາ​ຍ​ແຫ່ງ. ກ່າວ​ຄຳ​ເຫັນ​ທ່ີ​ເວທີ​ປາ​ໄສ, ທ່ານ​ນາງ ຟ້າ​ມທິທູ​ຮັ່ງ, ​ເລຂາທິການ​ໃຫຍ່​ຫ້ອງການ ການ​ຄ້າ - ອຸດສາຫະກຳ ຫວຽດນາມ ຖື​ວ່າ:

        “ບຣາຊິນ ​ແມ່ນ​ປະ​ເທດ​ມີ​ພື້ນຖານ​ກະສິກຳ​ຍືນ​ຍົງ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເພື່ອ​ໃຫ້ ຫວຽດນາມ ມີ​ພື້ນຖານ​ກະສິກຳ​ຍືນ​ຍົງ​, ຕ້ອງ​ມີ​ບັນດາ​ການ​ໝູນ​ໃຊ້​​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ. ດັ່ງ​ນັ້ນ, ພວກ​ເຮົາ​ລໍຄອຍ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ແລະ ບັນດາ​ນັກວິທະຍາສາດ ຫວຽດນາມ ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ນັກວິທະຍາສາດ​ຂະ​ແໜງ​ກະສິກຳ ບຣາຊິນ ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ຮູບ​ແບບ​ການ​ດຳ​ເນີນ​ທຸລະ​ກິດ ​ໂດ​ຍໝູນ​ໃຊ້​ຄວາມ​ກ້າວໜ້າ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຢີ ​ແລະ ທີ​ສອງ​ແມ່ນ​ອາດ​ສາມາດ​ມອບ​ໂອນເຕັກ​ໂນ​ໂລ​ຢີກ່ຽວ​ກັບ​ການ​ຜະລິດ​ປອດ​ສານພິດ​ລະຫວ່າງ 2 ປະ​ເທດ.”


ຂ່າວ/ບົດ​ອື່ນ