]
ທ່ານນາງ ຫງວຽນທິກີມເງີນ ເຮັດວຽກກັບປະທານສະພາຕ່ຳ ຍີ່ປຸ່ນ
(vovworld) - ສືບຕໍ່ການຢ້ຽມຢາມ ຍີ່ປຸ່ນ ໃນລະຫວ່າງວັນທີ 24 – 30/8 ຕອນເຊົ້າວັນທີ 26/8, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ໄດ້ມີການເຮັດວຽກກັບປະທານສະພາສູງ ຍີ່ປຸ່ນ Masaki Yamazaki ຕ້ອນຮັບປະທານພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ແລະ ຢ້ຽມຢາມແຂວງ Gunma ທີ່ການພົບປະກັບປະທານສະພາສູງ ຍີ່ປຸ່ນ ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ສະເໜີ ສະພາແຫ່ງຊາດ 2 ປະເທດສືບຕໍ່ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນ, ພ້ອມທັງສະເໜີສະພາແຫ່ງຊາດ ຍີ່ປຸ່ນ ສະໜັບສະໜູນເລື່ອງຮັກສາການຊ່ວຍເຫຼືອ ODA ຢູ່ໃນລະດັບສູງໃຫ້ແກ່ ຫວຽດນາມ.
ທີ່ການພົບປະກັບປະທານພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ Tosihiro Nikai ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຕີລາຄາສູງບົດບາດຂອງ ປະທານພັນທະມິດສະມາຊິກສະພາແຫ່ງຊາດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ໃນການເພີ່ມທະວີການພົວພັນລະຫວ່າງ 2 ປະເທດ ແລະ ສ້າງພື້ນຖານໃຫ້ການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດໃຫ້ນັບມື້ນັບມີປະສິດທິຜົນ.