(vovworld) – ຢູ່ນອກງານຕະຫຼາດນັດ ອາຊຽນ - ຈີນ ຄັ້ງທີ 10 (CAEXPO 10) ຢູ່ແຂວງ ໜາມໜິງ (ປະເທດ ຈີນ) ໄດ້ດຳເນີນກອງປະຊຸມພິເສດລັດຖະມົນຕີຄົມມະນາຄົມ ຂົນສົ່ງ ອາຊຽນ - ຈີນ ກ່ຽວກັບການເຊື່ອມຕໍ່. ກອງປະຊຸມໄດ້ສຸມໃສ່ປຶກສາຫາລືຢ່າງເລິກເຊິ່ງກ້ວາງຂວາງບັນດາບັນຫາກ່ຽວຂ້ອງເຖິງການເຊື່ອມຕໍ່, ແລກປ່ຽນທັດສະນະ ແລະ ແນວຄວາມຄິດມີລັກສະນະສ້າງສາກັບບັນດາຜູ້ຕາງໜ້າໃນຂະແໜງຄົມມະນາຄົມ ແລະ ອອກຖະແຫຼງການຮ່ວມ. ບັນດາລັດຖະມົນຕີຖືວ່າ: ກອງປະຊຸມແມ່ນກາລະໂອກາດເພື່ອໃຫ້ບັນດາປະເທດ ອາຊຽນ ແລະ ຈີນ ສືບຕໍ່ສ້າງ ແລະ ປັບປຸງບັນດາກົນໄກຮ່ວມມືທີ່ພວມປະກາດໃຊ້ໃນຂອບເຂດກອງປະຊຸມປະຈຳປີລັດຖະມົນຕີກະຊວງຄົມມະນາຄົມ ຂົນສົ່ງ ອາຊຽນ - ຈີນ (ATM + TQ), ເພື່ອແນໃສ່ເພີ່ມທະວີການຮ່ວມມືເຊື່ອມຕໍຄົມມະນາຄົມລະຫວ່າງ 2 ຝ່າຍ, ເມື່ອບັນດາປະເທດສະມາຊິກ ອາຊຽນ ແລະ ຈີນ ລ້ວນແຕ່ມານະພະຍາຍາມຍົກລະດັບເຂດການຄ້າເສລີ ອາຊຽນ - ຈີນ (ACFTA) ແລະ ຊຸກຍູ້ການເຈລະຈາກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ.