(vovworld) - ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 47 (AEM 47)ແລະ ບັນດາກອງປະຊຸມກ່ຽວຂ້ອງ, ວັນທີ 23/8, ຢູ່ນະຄອນຫຼວງກົວລາລຳເປີ (ມາເລເຊຍ) ໄດ້ດຳເນີນບັນດາກອງປະຊຸມທາບທາມຄວາມເຫັນຂອງບັນດາລັດຖະມົນຕີເສດຖະກິດອາຊຽນກັບບັນດາຄູ່ເຈລະຈາ.
ທີ່ກອງປະຊຸມທາບທາມຄວາມເຫັນລະຫວ່າງບັນດາລັດຖະມົນຕີເສດຖະກິດອາຊຽນ ກັບກະຊວງການຄ້າຈີນ (AEM-MOFCOM ຄັ້ງທີ 14), ບັນດາລັດຖະມົນຕີຊົມເຊີຍເລື່ອງປະຕິບັດສຳເລັດລະບຽບການພາສີ ແລະ ໜູນຊ່ວຍດ້ານການຄ້າ (CPTE) ໃນສັນຍາການຄ້າເສລີອາຊຽນ - ຈີນ (ACFTA). CPTE ຊ່ວຍຫັນບັນດາລະບຽບການພາສີເປັນງ່າຍດາຍ ແລະ ກົມກ່ຽວ, ສ້າງຄວາມໝັ້ນຄົງໃນການຂໍລະບຽບການດ້ານພາສີລະຫວ່າງອາຊຽນ - ຈີນ.
ທີ່ກອງປະຊຸມທາບທາມຄວາມເຫັນກັບລັດຖະມົນຕີເສດຖະກິດ ສເກົາຫຼີ (AEM – ROK ຄັ້ງທີ 12), ບັນດາລັດຖະມົນຕີຊົມເຊີຍເລື່ອງປະຕິບັດສຳເລັດ ແລະ ລົງນາມໃນອະນຸສັນຍາສະບັບປັບປຸງທີ 3 ກັບສັນຍາການຄ້າເສລີລະຫວ່າງອາຊຽນ ແລະ ສເກົາຫຼີ (AKFTA).
ທີ່ກອງປະຊຸມທາບທາມຄວາມເຫັນກັບລັດຖະມົນຕີເສດຖະກິດ, ການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ (AEM – METI ຄັ້ງທີ 21). ບັນດາລັດຖະມົນຕີເຫັນດີຕໍ່ຖະແຫຼງການຂັ້ນລັດຖະມົນຕີກ່ຽວກັບການປະຕິບັດສັນຍາເສດຖະກິດຮອບດ້ານ ອາຊຽນ - ຍີ່ປຸ່ນ (AJCEP) ເຊິ່ງຈະຍົກອອກໃນທ້າຍປີ 2015.
ທີ່ກອງປະຊຸມທາບທາມຄວາມເຫັນກັບລັດຖະມົນຕີເສດຖະກິດຈີນ, ສເກົາຫຼີ, ຍີ່ປຸ່ນ (AEM+3 ຄັ້ງທີ 18). ບັນດາ ລັດຖະມົນຕີເຫັນດີຄວນເພີ່ມທະວີການແລກປ່ຽນ ແລະ ສົມທົບກັນລະຫວ່າງສາມໃຈກາງໃນການສ້າງຄວາມສະດວກ ແລະ ເພີ່ມທະວີການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນອາຊຽນ +3 ກໍ່ຄືກັບບັນດາຄູ່ຮ່ວມມືເຈລະຈາອື່ນໆຂອງອາຊຽນ.
ທີ່ກອງປະຊຸມທາບທາມຄວາມເຫັນກັບລັດຖະມົນຕີເສດຖະກິດອົດສະຕາລີ ແລະ ນິວຊີແລນ (AEM-CER ຄັ້ງທີ 20, ບັນດາລັດຖະມົນຕີຊົມເຊີຍການປະຕິບັດສັນຍາສ້າງເຂດການຄ້າເສລີອາຊຽນ - ອົດສະຕາລີ - ນິວຊີແລນ (AANZFTA), ເຊິ່ງເລີ່ມມີຜົນສັກສິດນັບແຕ່ເດືອນ 1/2010.
ທີ່ກອງປະຊຸມທາບທາມຄວາມເຫັນລະຫວ່າງລັດຖະມົນຕີເສດຖະກິດອິນເດຍ ແລະ ສະພາເສດຖະກິດອາຊຽນ - ອິນເດຍ (AEM - ອິນເດຍ ຄັ້ງທີ 12), ບັນດາລັດຖະມົນຕີຊົມເຊີຍການປະຕິສັດສັນຍາການຄ້າການບໍລິການ ແລະ ການລົງທຶນອາຊຽນ - ອິນເດຍ ກັບ ບຣູໄນ, ມາເລເຊຍ, ສິງຄະໂປ, ໄທ, ຫວຽດນາມ ແລະ ອິນເດຍ, ພ້ອມທັງຮຽກຮ້ອງເຊັນອະນຸມັດສັນຍາສອງສະບັບນີ້ກັບບັນດາປະເທດສະມາຊິກທີ່ຍັງເຫຼືອໃນອາຊຽນ ໂດຍໄວ.
ທ່ານລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳການຄ້າຫວຽດນາມ ຫງວຽນເກິມຕູ໋ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມນີ້.