ເພີ່ມທະວີການແນະນຳກ່ຽວກັບສະຫະພັນແມ່ຍິງຫວຽດນາມອອກສູ່ປະຊາຄົມສາກົນ

ເພີ່ມທະວີການແນະນຳກ່ຽວກັບສະຫະພັນແມ່ຍິງຫວຽດນາມອອກສູ່ປະຊາຄົມສາກົນ - ảnh 1

(vovworld) – ​​​ຕອນ​ບ່າຍ​ວັນ​ທີ 17/6, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ງານ​ພົບ​ປະ​ສັງ​ສັນ​ບັນ​ດາ​ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອົງ​ການ​ການ​ທູດ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດອ​າ​ຍຸ​ການ 2015 – 2018. ເຂົ້າ​ຮ່ວມ​ງານ​ພົບ​ປະ​ຄັ້ງ​ນີ້​ມີ​ທ່ານ​ນາງ ຫງວຽນ​ທິ​ແທງ​ຮ່​ວາ, ປະ​ທານ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ, ທ່ານ ດັ້ງ​ມິງ​ຄອຍ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສ​ປ ຈີນ ພ້ອມ​ກັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວໜ້​າ​ສະ​ຖານ​ກົງ​ສູນ​ໃຫຍ່ງ ຫວຽດ​ນາມ ຢູ່​ຕ່າງ​ປະ​ເທດ​ອາ​ຍຸ​ການ 2015 – 2018. ທີ່​ການ​ພົບ​ປະ, ທ່ານ​ນາງປະ​ທານ​ສະ​ຫະ​ພັນ​ແມ່​ຍິງ ຫງວຽນ​ທິ​ແທງ​ຮ່​ວາ ຫວັງ​ວ່າ​ບັນ​ດາ​ຫົວ​ໜ້າ​ຜູ້​ຕາງ​ໜ້າ ຫວຽດ​ນາມ ເມື່ອ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່​ຕ່າງ​ປະ​ເທດ​​ຈົ່ງເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ໂຄ​ສະ​ນາ, ແນະ​ນຳ​ກ່ຽວ​ກັບ​ພາບ​ພົດ​ແມ່​ຍິງ ຫວຽດ​ນາມ, ກ່ຽວ​ກັບ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ແມ່​ຍິງ ຫວຽດ​ນາມ ອອກ​ສ​ູ່​ໂລກ, ເຊື່ອມ​ຕໍ່​ຄູ່​ຮ່ວມ​ມື, ເປ​ີດ​ກ້​ວາງ​ກາ​ລະ​ໂອ​ກາດ​ຮ່ວມ​ມື, ຂົນ​ຂວາຍ​ແຫຼ່ງ​ກຳ​ລັງ​ໃຫ້​ຂະ​ບວນ​ການ​ແມ່​ຍິງ ແລະ ການ​ເຄື່ອນ​ໄຫວ​ຂອງ​ສະ​ຫະ​ພັນ, ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽ​ນ, ມຸ່ງ​ໄປ​ເຖິງ​ການ​ເຊັນ​ຂໍ້​ຕ​ົກ​ລົງ​ຮ່ວ​ມ​ມື.

        ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ດັ້ງ​ມິງ​ຄອຍ ຈະ​ເປັນ​ເສ​ນາ​ທິ​ການ, ສະ​ເໜີ​​ຕໍ່ລັດ​ຖະ​ບານ​ເພີ່ມ​ທະ​ວີ​ວຽກ​ງານ​ຮ່ວມ​ມື​​ກັບສາ​ກົນ, ​ຈັດ​ງານ​ພົບ​ປະແລກ​ປ່ຽນ​ມິດ​ຕະ​ພາບ​ລະ​ຫວ່າງ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ກັບປະ​ເທດ​ຕ່າງໆ, ສົມ​ທົບ​ວຽກ​ງານ​ຂອງ​ສ​ະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທູດ​ກັບ​ບັນ​ດາ​ປະ​ເທດ​ເຊິ່ງ ຫວຽດ​ນາມ ມີ​ການ​ພົວ​ພັນ, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ແມ່​ຍິງ ຫວຽດ​ນາມ ອອກ​ສູ່​ໂລກ​ຜ່ານ​ບັນ​ດາ​ເຫດ​ການ, ງານວ​າງ​ສະ​ແດງ, ກອງ​ປະ​ຊຸມ​ສຳ​ມະ​ນາ, ກອງ​ປະ​ຊຸມ.

 


ຂ່າວ/ບົດ​ອື່ນ