ເພີ່ມທະວີການແລກປ່ຽນດ້ານການຄ້າລະຫວ່າງຫວຽດນາມແລະແຟງລັງ

(vovworld)- ວັນ​ທີ 6/5, ຢູ່​ນະຄອນ​ດາ​ຫນັງ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ສຳ​ມະ​ນາ“ກາລະ​ໂອກາດ​ການ​ລົງ​ທຶນ ​ແລະ ບັນດາ​ເຄື່ອງມື​ຫນູນ​ຊ່ວຍ​ການ​ແລກປ່ຽນ​ດ້ານ​ການ​ຄ້າລະຫວ່າງ​ຫວຽດນາມ ​ແລະ ​ແຟງ​ລັງ ​ໂດຍ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ດາ​ຫນັງ​ສົມທົບ​ກັບ​ສະຖານທູດ​ແຟງ​ລັງ​ປະຈຳ​ຫວຽດນາມ​ຈັດ​ຕັ້ງ​ຂຶ້ນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ນະຄອນ​ດາ​ຫນັງ ​ໄດ້​ແນະນຳ​ກັບ​ຝ່າຍ​ແຟງ​ລັງ​ກ່ຽວ​ກັບ​ສະພາບ​​ແວດ​ລ້ອມແຫ່ງ​ການ​ລົງທຶນ​ຢູ່​ນະຄອນ, ສະພາບ​ການ​ເສດຖະກິດ​ສັງຄົມ, ຄວາມ​ສາມາດ​ບົ່ມ​ຊ້ອນ​​ການ​ພັດທະນາ​ຂອງ​ນະຄອນ, ບັນດາ​ນະ​ໂຍບາຍ​ດຶງ​ດູດ​ການ​ລົງທຶນ​ຕ່າງປະ​ເທດ, ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ, ການ​ຫນູນ​ຊ່ວຍ​ບັນດາ​ຄູ່ຮ່ວມ​ມື​ແຟງ​ລັງ ​ແລະ ຫວຽດນາມ ສ້າງ​ການ​ພົວພັນ​ດຳ​ເນີນ​ທຸລະ​ກິດ.  ຝ່າຍ​ແຟງ​ລັງ ​ແນະນຳ​ບັນດາ​ຂໍ້​ມູນ​ຂ່າວສານ​ພື້ນຖານ​ກ່ຽວ​ກັບ​ແຟງ​ລັງ ​ແລະ ບັນດາ​ການ​ຫນູນ​ຊ່ວຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ.

ຕອບກັບ

ຂ່າວ/ບົດ​ອື່ນ